![ຫວຽດນາມເຂົ້າຮ່ວມວັນບຸນອາຊຽນຢູ່ການາດາ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_07/vnp_20150607_ngayhoiasean.jpg)
ການດຶງເຊືອກທີ່ວັນບຸນ
(ພາບ: Lê Hoàng/Vietnam+)
|
(vovworld) – ວັນທີ 6/6, ສະຖານທູດບັນດາປະເທດສະມາຊິກ ອາຊຽນ ປະຈຳ ການາດາ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ, ທີ່ຈັດຕັ້ງປະຈຳປີຢູ່ Ottawa. ໃນວັນບຸນດັ່ງກ່າວ, ບັນດາສະມາຊິກໃນຄອບຄົວ ອາຊຽນ ໄດ້ເຂົ້າຮ່ວມການລະຫຼິ້ນຕ່າງໆ ແລະ ໄດ້ຮັບປະທານອາຫານທີ່ເປັນມູນເຊື້ອຂອງແຕ່ລະປະເທດສະມາຊິກ.
ວັນບຸນ ອາຊຽນ ໄດ້ຮັບການຈັດຕັ້ງປະຈຳປີ. ສະຖານທູດແຕ່ລະປະກາດຈະເປັນເຈົ້າພາບຈັດຕັ້ງການແຂ່ງຂັນບາງຢ່າງເພື່ອແນໃສ່ສ້າງໂອກາດພົບປະສັງສັນ, ພົວພັນແລກປ່ຽນ ລະຫວ່າງບັນດາປະເທດສະມາຊິກຂຶ້ນກັບບັນດາອົງການຕາງໜ້າຂອງ ອາຊຽນ ປະຈຳ ການາດາ. ປະຈຸບັນ, ຢູ່ Ottawa ມີອົງການຕາງໜ້າຂອງ 7 ປະເທດ ອາຊຽນ ໃນນັ້ນມີ: ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ໄທ, ມຽນມາ, ຟີລິບປິນ ແລະ ບຣູໄນ.