ຫວຽດ​ນາມ​ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ອາ​ຊຽນ ແລະ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ​ ຊຸດ​ທີ 75

(VOVWORLD) - ດ້ວຍບົດບາດເປັນປະທານຄະນະກຳມະການອາຊຽນ ປະຈຳ ສປຊ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ນິວຢອກ ໄດ້ມີຂໍ້ລິເລີ່ມຈັດຕັ້ງ ແລະ ເປັນປະທານການໂອ້ລົມສົນທະນາລະຫວ່າງບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດອາຊຽນ ປະຈຳ ສປຊ ແລະ ທ່ານ Volkan Bozkir ປະທານສະມັດຊາໃຫຍ່ສປຊ ຊຸດທີ 75. 

ຫວຽດ​ນາມ​ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ອາ​ຊຽນ ແລະ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ​ ຊຸດ​ທີ 75 - ảnh 1ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ນິວຢອກ

(ພາບ: TTXVN) 

ເປົ້າໝາຍຂອງກອງປະຊຸມເພື່ອແນໃສ່ແລກປ່ຽນບັນດາບຸລິມະສິດຂອງປະທານ ສະມັດຊາໃຫຍ່ ສປຊ ຊຸດທີ 75 ແລະ ບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສະມັດຊາໃຫຍ່ ສປຊ ໃນໄລຍະຈະມາເຖິງ.

ທ່ານ Volkan Bozkir ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງອາຊຽນ ຢູ່ ສປຊ ແລະ ມີຄວາມປາດຖະໜາຢາກບັນດາປະເທດອາຊຽນ, ໃນນັ້ນມີ ຫວຽດນາມ ແລະ ອິນໂດເນເຊຍ ເຊິ່ງປັດຈຸບັນແມ່ນ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ຈະປະກອບສ່ວນເຂົ້າການຊຸກຍູ້ຄວາມສາມັກຄີ, ເອກະພາບຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ສປຊ.

ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດອາຊຽນ ໄດ້ສະແດງການສະໜັບສະໜູນບັນດາບຸລິມະສິດໃນໂຄງການເຮັດວຽກຂອງທ່ານ Volkan Bozkir ກ່ຽວກັບການຊຸກຍູ້ລັດທິຫຼາຍຝ່າຍ, ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືລະຫວ່ງ ອາຊຽນ ແລະ ຫ້ອງວ່າການປະທານ ສະມັດຊາໃຫຍ່ ສປຊຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ