ຫວຽດນາມແມ່ນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈຂອງປະຊາຄົມບັນດາປະເທດອາຊີ-ອາຟະລິກາ

ຫວຽດນາມແມ່ນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈຂອງປະຊາຄົມບັນດາປະເທດອາຊີ-ອາຟະລິກາ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ແລະ ທ່ານ​ປະທານ​ປະ​ເທດ
​ເຈືອງ​ເຕິ໋ນຊາງ ພົບ​ປະ​ທີ່ກອງ​ປະ​ຊຸມຂັ້ນ​ສູງ ອາຊີ - ອາ​ຟະ​ລິ​ກາ
(ພາບ​ປະ​ກອບ)

(vovworld) - ຕອບ​ສຳພາດ​ຕໍ່​ສື່​ມວນ​ຊົນກ່ຽວ​ກັບ​ໝາກຜົນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາຊີ - ອາ​ຟະ​ລິ​ກາ ​ແລະ ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ກອງ​ປະຊຸມ​ບັງ​ດູ​ງ 1955 ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຮ່າ​ກິມງອກ ຢືນຢັນ​ວ່າ: ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ແມ່ນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ ປະຊາ​ຄົມ​ບັນດາ​ປະ​ເທດ​ອາຊີ - ອາ​ຟະ​ລິ​ກາ. ບັນດາ​ບົດ​ຄຳ​ເຫັນ​ຂອງ​ການ​ນຳ​ຫວຽດນາມ​ຢູ່​ເຫດການ​ຕ່າງໆ ​ໄດ້​ຊ່ວຍ​ໃຫ້​ເພື່ອນ​ມິດ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ທີ່​ໄດ້​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນກໍ່ສ້າງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ. ຫວຽດນາມ​ກໍ່​ໄດ້​ແບ່ງປັນ​ບັນດາ​ຂໍ້​ລິ​ເລີ່​ມ, ບົດຮຽນ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ສຳພັນ, ການ​ຮ່ວມ​ມື​ພັດທະນາ​ກັບ​ບັນດາ​ປະ​ເທດ​ອາ​ຟະ​ລິ​ກາ, ການ​ຮ່ວມ​ມື​ໃຕ້ - ​ໃຕ້. ສານ​ເຊິ່ງທ່ານ​ປະທານ​ປະ​ເທ​ດ ເຈືອງ​ເຕິ໋ນຊາງ​ຍົກ​ອອກ​ທີ່​ກອງ​ປະຊຸມ​ກ່ຽວ​ກັບ “​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ອາຊີ - ອາ​ຟະ​ລິ​ກາ ​ເພື່ອ​ສັນຕິພາບ, ຄວາມ​ວັດທະນາ​ຖາວອນ​ຂອງ​ໂລກ, ບົນ​ພື້ນຖານ​ກົດໝາຍ​ສາກົນ“ ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ຈາກ​ບັນດາ​ປະ​ເທດ ອາຊີ - ອາ​ຟະ​ລິ​ກາ. ຫວຽດນາມ ກໍ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ບັນດາ​ເອກະສານ​ຂອງ​ກອງ​ປະຊຸມ, ທັງ​ສ່ອງ​ແສງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ລວມຂອງ​ບັນດາ​ປະ​ເທດ ອາຊີ - ອາ​ຟະ​ລິ​ກາ, ທັງ​ນຳ​ເຂົ້າ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ຫວຽດນາມ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ຄວາມ​ໝັ້ນຄົງ​ແຫຼ່ງນ້ຳ…



ຂ່າວ/ບົດ​ອື່ນ