ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:chinhphu.vn
|
(vovworld)- ວັນທີ 6/9, ຢູ່ Vladivostok ປະເທດ ລັດເຊຍ, ອະນຸກຳມະການ ຫວຽດນາມ ແລະ ອະນຸກຳມະການ ລັດເຊຍ ໄດ້ຈັດກອງປະຊຸມຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືເສດຖະກິດການຄ້າ ແລະ ວິທະຍາສາດເຕັກນິກ ຄັ້ງທີ 17. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈູງຫາຍ, ປະທານອະນຸກຳມະການ ຫວຽດນາມ ແລະ ທ່ານ Igor Ivanovic Shuvalov, ຮອງນາຍົກລັດຖະມົນຕີທີຫນຶ່ງ ລັດເຊຍ, ປະທານອະນຸກຳມະການ ລັດເຊຍ ນຳຫນ້າສອງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຮ່ວມມືຈຸດສຸມ ເພື່ອຊອກຫາບັນດາມາດຕະການປັບປຸງ ແລະ ຊຸກຍູ້ການພົວພັນເສດຖະກິດການຄ້າວິທະຍາສາດເຕັກນິກ, ຍົກສູງວົງເງິນການຄ້າລະຫວ່າງ 2 ປະເທດ ພ້ອມທັງ ວາງອອກບັນດາມາດຕະການເໝາະສົມເພື່ອສົມທົບແກ້ໄຂບັນດາບັນຫາຮ່ວມມືທີ່ຍັງຄົງຄ້າງ, ເປັນເອກະພາບທິດທາງຮ່ວມມືໃນໄລຍະຈະມາເຖິງ.