ຫວຽດນາມ - ຍີ່ປຸ່ນ ແລກປ່ຽນບົດຮຽນສື່ວານກ່ຽວກັບວິທະຍາສາດເຕັກໂນໂລຊີ

ຫວຽດນາມ - ຍີ່ປຸ່ນ ແລກປ່ຽນບົດຮຽນສື່ວານກ່ຽວກັບວິທະຍາສາດເຕັກໂນໂລຊີ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 25/10, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາດ້ວຍ​ຫົວ​ຂໍ້​ວ່າ “ສື່​ສານກ່ຽວ​ກັບ​ວິທະຍາສາດ​​ເຕັກ​ໂນ​ໂລ​ຊີຍີ່ປຸ່ນ: ​ເຊື່ອມ​ຕໍ່​ປະຊາ​ຄົມ​ວິທະຍາ​ສາດ ​ແລະ ສັງຄົມ”, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ສື່​ສານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​​ໃຫ້​ແກ່​ຫວຽດນາມ ຜ່ານ​ບັນດາ​ບົດຮຽນ​ພຶດຕິ​ກຳຕົວ​ຈິງ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ສື່​ສານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງຍີ່ປຸ່ນ. ນະ​ທີ່​ນີ້, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ Nghiem Vu Khai ​​ຖື​ວ່າ ຄຽງ​ຂ້າງ​ການ​ໂຄສະ​ນາ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂອງ​ພັກ ​ແລະ ລັດ, ສ່ືສານ​ຍັງ​ມີໜ້າ​ທີ່​ລະດົມ​ກຳລັງ​ໃຈ, ​ໂຄສະນາ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ວິທະຍາສາດ​ທີ່​ມີ​ຕໍ່​ປະ​ເທດ​ຊາດ. ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​​ໃຫ້ວົງ​ການ​ນັກວິທະຍາສາດ​ຫວຽດນາມ ຮໍ່າຮຽນ​​ເອົາວິທີ​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ສື່ສານວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຍີ່ປຸ່ນ, ຜ່ານ​ນັ້ນ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ສື່​ສານ​ໃນ​ຂົງ​ເຂດ​ດັ່ງກ່າວ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ