ຫວຽດ​ນາມ ຍາມ​ໃດ​ກໍ​ຖື ກູ​ບາ ເປັນ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ແລະ ພິ​ເສດ

(VOVWORLD) - ຕອນບ່າຍວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ Alvaro Lopez Miera, ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຫວຽດ​ນາມ ຍາມ​ໃດ​ກໍ​ຖື ກູ​ບາ ເປັນ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ແລະ ພິ​ເສດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານພົນໂທ Alvaro Lopez Miera, ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ (ພາບ:  VGP)

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ກູບາ ເປັນເພື່ອນມິດທີ່ເປັນມູນເຊື້ອ ແລະ ພິເສດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກເພື່ອໃຫ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ.

        ທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ  ຢັ້ງຢືນວ່າ ກູບາ ຍາມໃດກໍຖະໜຸຖະໜອມ, ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ໄມຕີຈິດມິດຕະພາບແບບພິເສດກັບ ຫວຽດນາມ; ພ້ອມທັງໃຫ້ຮູ້ວ່າ ຈະສົມທົບກັບກະຊວງປ້ອງກັນປະເທດ ຫວຽດນາມ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ ຫວຽດນາມ ເພື່ອປະຕິບັດບັນດາເນື້ອໃນເຊິ່ງສອງກະຊວງ ໄດ້ປຶກສາຫາລື ແລະ ບັນດາຄຳເຫັນຊີ້ນຳຂອງການນຳຂັ້ນສູງພັກ, ລັດ ຫວຽດນາມ ແລະ ກູບາ ໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ