ຫວຽດນາມ ຍາມໃດກໍ່ຮັກສາບົດບາດຫຼັກແຫຼ່ງໃນການພັດທະນາສື່ມວນຊົນຢູ່ ກຳປູເຈຍ
(VOVWORLD) - ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູ້ຫາຍກວາງ ໄດ້ເນັ້ນໜັກເຖິງການຮ່ວມມືລະຫວ່າງ VOV ແລະ ກະຊວງຖະແຫຼງຂ່າວ ກຳປູເຈຍ ເວົ້າສະເພາະ ແລະ ລະຫວ່າງບັນດາຫົວໜ່ວຍທີ່ກ່ຽວຂ້ອງອື່ນໆຂອງສອງປະເທດເວົ້າລວມໃນຂົງເຂດຖະແຫຼງຂ່າວ...
ທ່ານຮອງຜູ້ອຳນວຍການໃຫຍ່ ຫວູ້ຫາຍກວາງ ແລະ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ Khieu Kanharith
|
ຫວຽດນາມ ເວົ້າລວມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ເວົ້າສະເພາະ ຍາມໃດກໍ່ຮັກສາບົດບາດສຳຄັນໃນການພັດທະນາສື່ມວນຊົນຢູ່ ກຳປູເຈຍ. ກ່າວຄຳເຫັນທີ່ການເຮັດວຽກໃນວັນທີ 26 ກໍລະກົດ ກັບຄະນະຜູ້ແທນ VOV ນຳໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຫວູ້ຫາຍກວາງ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ Khieu Kanharith ໄດ້ຕີລາຄາສູງການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ ຫວຽດນາມ ຜ່ານ VOV ໄດ້ໜູນຊ່ວຍ, ມອບສົ່ງອຸປະກອນດ້ານເຕັກນິກທີ່ທັນສະໄໝ, ບຳລຸງສ້າງພະນັກງານ, ແບ່ງປັນບົດຮຽນຊ່ວຍຍົກສູງກຳລັງຄວາມສາມາດຜະລິດລາຍການ, ເປິດກ້ວາງເຂດຄື້ນກະຈາຍສຽງ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາສະຖານີກະຈາຍສຽງ, ໂທລະພາບຂອງ ກຳປູເຈຍ. ທ່ານລັດຖະມົນຕີ Khieu Kanharith ໄດ້ເນັ້ນໜັກກ່ຽວກັບບົດບາດສຳຄັນຂອງການສ້າງສະຖານີວິທະຍຸມິດຕະພາບ ຫວຽດນາມ - ກຳປູເຈຍ ແລະ ສະເໜີໃຫ້ບັນດາຝ່າຍຄວນກະຕຸກຊຸກຍູ້ໂຄງການນີ້.
ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູ້ຫາຍກວາງ ໄດ້ເນັ້ນໜັກເຖິງການຮ່ວມມືລະຫວ່າງ VOV ແລະ ກະຊວງຖະແຫຼງຂ່າວ ກຳປູເຈຍ ເວົ້າສະເພາະ ແລະ ລະຫວ່າງບັນດາຫົວໜ່ວຍທີ່ກ່ຽວຂ້ອງອື່ນໆຂອງສອງປະເທດເວົ້າລວມໃນຂົງເຂດຖະແຫຼງຂ່າວ, ສື່ສານໃນຊຸມປີຜ່ານມາໄດ້ສະແດງໃຫ້ເຫັນລັກສະນະມີປະສິດທິຜົນຢ່າງຈະແຈ້ງໃນການຍູ້ແຮງ ແລະ ເປີດກ້ວາງການໂຄສະນາຂໍ້ມູນຂ່າວສານເຖິງປະຊາຊົນ ກຳປູເຈຍ ທຸກຄົນ, ເພື່ອຜົນປະໂຫຍດລວມຂອງສອງປະເທດ. ທ່ານ ຫວູ້ຫາຍກວາງ ຢັ້ງຢືນວ່າ, ໄລຍະຈະມາເຖິງ, VOV ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງຖະແຫຼງຂ່າວ ກຳປູເຈຍ ກ່ວາ ແລະ ຈະໜູນຊ່ວຍຢ່າງສູງສຸດໃນຄວາມສາມາດຂອງຕົນ.
ແລະ ເນື່ອງໃນໂອກາດນີ້, ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູ້ຫາຍກວາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນຮຸຍຕັງ.