ຫວຽດນາມ ປາດຖະໜາ ຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກັບ ບຣາຊິນ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ບຣາຊິນ Vitoria Alice Cleaver
(ພາບ: chinhphu.vn)
(vovworld) – ຕອນບ່າຍວັນທີ 28/08, ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ບຣາຊິນ Vitoria Alice Cleaver ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າການທູດຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນບົດບາດຂອງ ບຣາຊິນ ໃນພາກພື້ນ ແລະ ຢູ່ໃນໂລກ, ປາດຖະໜາຢາກພ້ອມກັບ ບຣາຊິນ ສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດກວ່າອີກໃນບັນດາຂົງເຂດ ການເມືອງ, ການທູດ, ເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກ, ການພົບປະແລກປ່ຽນປະຊາຊົນ… ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ 2 ຝ່າຍເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກວ່າອີກ; ນຳວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດບັນລຸຕົວເລກຫຼາຍກວ່າ 3 ຕື້ USD ຄືປະຈຸບັນ; ແລະ ຢືນຢັນວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ບຣາຊິນ ຮ່ວມມືລົງທຶນຢູ່ຫວຽດນາມ.
ສ່ວນທ່ານນາງ Vitoria Alice Cleaver ກໍ່ຖືວ່າ ຄວາມສາມາດບົມຊ້ອນຮ່ວມມືລະຫວ່າງ ຫວຽດນາມ ແລະ ບຣາຊິນ ຍັງໃຫຍ່ຫຼວງຢູ່, ສະເໜີໃຫ້ 2 ຝ່າຍສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ເຫັນດີເປັນເອກະພາບນຳກັນກວ່າອີກ ກໍ່ຄືການແລກປ່ຽນ, ສ້າງບັນດາລາຍການຮ່ວມມືໃໝ່ລະຫວ່າງ 2 ປະເທດໃນທຸກຂົງເຂດ.