ຫວຽດນາມ ພວມຮັບມືກັບໂລກລະບາດໂຄວິດ-19 ດ້ວຍບັນດາການກະທຳຢ່າງຂ້ຽວຂາດ

(VOVWORLD) -ທ່ານປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WTO) ປະຈຳຫວຽດນາມ ໄດ້ຕີລາຄາສູງບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢູ່ຫວຽດນາມ ທີ່ພວມຜັນຂະຫຍາຍ.
ຫວຽດນາມ ພວມຮັບມືກັບໂລກລະບາດໂຄວິດ-19 ດ້ວຍບັນດາການກະທຳຢ່າງຂ້ຽວຂາດ - ảnh 1ທ່ານປະລິນຍາເອກ Kidong Park
(ພາບ: TTXVN)

ໃນສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນຢູ່ບັນດາແຂວງ, ນະຄອນທາງພາກໃຕ້ນັ້ນ, ທັງລະບົບການເມືອງ ແລະ ປະຊາຊົນພວມມານະພະຍາຍາມຜັນຂະຫຍາຍ ແລະ ປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດ ເພື່ອແນໃສ່ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ. ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WTO) ປະຈຳຫວຽດນາມ ໄດ້ຕີລາຄາສູງບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢູ່ຫວຽດນາມ ທີ່ພວມຜັນຂະຫຍາຍ. WHO ຮັບຮູ້ ຫວຽດນາມ ໄດ້ ແລະ ພວມຮັບມືກັບກຸ່ມກໍລະນີຕິດເຊື້ອພະຍາດດ້ວຍບັນດາການກະທຳຢ່າງຂ້ຽວຂາດ, ບັນດາເຂດເກີດໂລກລະບາດຢູ່ຫຼາຍແຂວງ, ນະຄອນສ່ວນຫຼາຍໄດ້ຮັບການຄວບຄຸມແລ້ວ. WHO ເຊື່ອໝັ້ນວ່າ ດ້ວຍກຳລັງຄວາມສາມາດຂອງຕົນ, ຫວຽດນາມ ຈະສາມາດສະກັດກັ້ນການແຜ່ລະບາດຮອບນີ້ໄດ້. WHO ໄດ້, ພວມ ແລະ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງສາທາລະນະສຸກຫວຽດນາມ ເພື່ອສະຫຼອງພະຍານຫຼັກຖານທາງວິທະຍາສາດທີ່ອັບເດດໃໝ່, ເພື່ອແນໃສ່ໜູນຊ່ວຍລັດຖະບານຫວຽດນາມ ໃນວິວັດການຍົກອອກຂໍ້ຕົກລົງໃນການຮັບມືກັບໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ