ຫວຽດນາມ ພວມໄດ້ຮັບຖືວ່າແມ່ນ “ຈຸດພົ້ນເດັ່ນ” ກ່ຽວກັບການເຕີບໂຕເສດຖະກິດ

(VOVWORLD) -ວັນທີ 14 ທັນວາ, ກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ກະຊວງການຕ່າງປະເທດ&ຮ່ວມມືສາກົນອີຕາລີ ໄດ້ຈັດກອງປະຊຸມຄັ້ງທີ 6, ຄະນະກຳມະການປະສົມກ່ຽວກັບການຮ່ວມມືທາງດ້ານເສດຖະກິດທາງອອນລາຍ.

ຫວຽດນາມ ພວມໄດ້ຮັບຖືວ່າແມ່ນ “ຈຸດພົ້ນເດັ່ນ” ກ່ຽວກັບການເຕີບໂຕເສດຖະກິດ - ảnh 1

 ກອງປະຊຸມຄັ້ງທີ 6, ຄະນະກຳມະການປະສົມກ່ຽວກັບການຮ່ວມມືທາງດ້ານເສດຖະກິດ

(ພາບ: BNEWS/TTXVN)

ກອງປະຊຸມໄດ້ຮັບການຈັດຕັ້ງປະຈຳປີ, ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຂອງທັງ 2 ຝ່າຍ ເພື່ອແນໃສ່ເພີ່ມທະວີຊຸກຍູ້ການພົວພັນ 2 ຝ່າຍໃນຂົງເຂດເສດຖະກິດ, ການຄ້າ ແລະ ຫັນບັນດາການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ອີຕາລີ ໃຫ້ປະກົດຜົນເປັນຈິງ.

        2 ຝ່າຍໄດ້ສະເໜີ ແລະ ເປັນເອກະພາບນຳກັນບັນດາແຜນການທີ່ຄວນໄດ້ຮັບການປະຕິບັດໃນໄລຍະຈະມາເຖິງ ເພື່ອຟື້ນຟູພື້ນຖານເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 ໂດຍໄວ, ພ້ອມທັງກະກຽມການນຳໃຊ້ບັນດາກາລະໂອກາດເຊິ່ງສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA) ນຳມາໃຫ້, ຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ