ຫວຽດນາມ ສະແດງນ້ຳໃຈສາມັກຄີ, ມີຄວາມຮັບຜິດຊອບ ແລະ ການຮ່ວມມືຢ່າງແໜ້ນແຟ້ນໃນ ອາຊຽນ
(VOVWORLD) - ໃນປີຜ່ານມາ, ຫວຽດນາມ ໄດ້ສົມທົບກັບບັນດາປະເທດສະມາຊິກຈັດການເຄື່ອນໄຫວແທດຈິງຫຼາຍຢ່າງ
ບັນດາເອກອັກຄະລັດຖະທູດ ACMC ທີ່ພິທີມອບ - ຮັບ
(ພາບ: TTXVN)
|
ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ ເມັກຊີໂກ ເນັ້ນໜັກວ່າ ຫວຽດນາມ ໃນນາມເປັນປະທານຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ (ACMC) ໃນອາຍຸການ 2025 ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມີຄວາມຮັບຜິດຊອບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນພາຍໃນກຸ່ມ ອາຊຽນ. ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາທີ່ພິທີມອບຕຳແໜ່ງປະທານ ACMC ໃຫ້ແກ່ທ່ານ Arvin R. de Leon, ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ເມັກຊີໂກ ທີ່ຈັດຂຶ້ນຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ເມັກຊີໂກ ຊີຕີ, ໃນວັນທີ 17 ມັງກອນ.
ທີ່ພິທີ, ບັນດາເອກອັກຄະລັດຖະທູດ ACMC ຢືນຢັນວ່າ ໃນປີຜ່ານມາ, ຫວຽດນາມ ໄດ້ສົມທົບກັບບັນດາປະເທດສະມາຊິກຈັດການເຄື່ອນໄຫວແທດຈິງຫຼາຍຢ່າງ, ພ້ອມກັນນັ້ນ ກໍ່ຊຸກຍູ້ການພົວພັນຕ່າງປະເທດລະຫວ່າງສະຫະສະມາຄົມ ແລະ ບັນດາຄູ່ຮ່ວມມືປະເທດປະຈຳຖິ່ນ.
ກ່າວຄຳເຫັນທີ່ພິທີມອບ - ຮັບ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຫາຍ ເຊື່ອໝັ້ນວ່າ ທ່ານ Arvin R. de Leon ຈະສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ເປັນເຈົ້າການ ແລະ ປະດິດຄິດສ້າງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນເລື່ອງຊຸກຍູ້ການພົວພັນ ອາຊຽນ - ເມັກຊີໂກ ໃນປີ 2026.