(vovworld) - ວັນທີ 21/6, ຢູ່ ອີຕາລີ, ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ທ່ານ ຟ້າມກູ໋ວຕຽວ ແລະ ຮອງລັດຖະມົນຕີການຕ່າງປະເທດ ອີຕາລີ ທ່ານ Bruno Archi ໄດ້ເຊັນສັນຍາຮ່ວມມືຂົນສົ່ງທາງອາກາດ. ສັນຍາກຳນົດສິດ ແລະ ຄວາມຮັບຜິດຊອບຂອງບັນດາຝ່າຍສອດຄ່ອງກັບກົດໝາຍຂອງແຕ່ລະປະເທດ ແລະ ສົນທິສັນຍາສາກົນກ່ຽວກັບການບິນພົນລະເຮືອນ, ໃນນັ້ນມີສິດຂົນສົ່ງ, ໄດ້ຮັບຄວາມປອດໄພ ແລະ ຄວາມໝັ້ນຄົງທາງອາກາດ, ບັນດາຂໍ້ກຳນົດກ່ຽວກັບສະໜອງດ້ານການບິນ ແລະ ຕາຕະລາງສາຍການບິນ, ລະບົບພາສີ ແລະ ບັນດາຄ່າໃຊ້ຈ່າຍອື່ນໆ, ລາຄາຂົນສົ່ງ... ກ່າວຄຳເຫັນທີ່ພິທີເຊັນສັນຍາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອີຕາລີ ທ່ານ Bruno Archi ເນັ້ນໜັກເລື່ອງເຊັນສັນຍາດັ່ງກ່າວແມ່ນພື້ນຖານເພື່ອໃຫ້ 2 ປະເທດຜັນຂະຫຍາຍບັນດາບາດກ້າວຮ່ວມມືລະອຽດໃນຂົງເຂດການບິນ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດໃຫ້ສົມກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ.