ຫວຽດ​ນາມ - ອິນ​ເດຍ ຍູ້​ແຮງ​ການ​ຮ່ວມ​ມື​ລົງ​ທຶນ​ສອງ​ຝ່າຍ

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ທີ່ດູດດື່ມສຳລັບນັກລົງທຶນຕ່າງປະເທດ. 
ຫວຽດ​ນາມ - ອິນ​ເດຍ ຍູ້​ແຮງ​ການ​ຮ່ວມ​ມື​ລົງ​ທຶນ​ສອງ​ຝ່າຍ - ảnh 1ທ່ານ ຟາມແຊງເຈົາ - ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ  ອິນເດຍ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຫ້ອງການການຄ້າ - ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ສົມທົບກັບ ສະຫະພັນຫ້ອງການການຄ້າ ແລະ ອຸດສາຫະກຳ ອິນເດຍ (ASSOCHAM) ປະຈຳ ພາກເໜືອ ເພື່ອຈັດຕັ້ງເວທີປາໄສດຳເນີນທຸລະກິດ ຫວຽດນາມ - ອິນເດຍ ຢູ່ ນະຄອນ Chandigarh, ພາກເໜືອ ອິນເດຍ.    

        ທີ່ເວທີປາໄສ, ບັນດາຄຳເຫັນຂອງຜູ້ແທນ ອິນເດຍ ຕ່າງກໍສະແດງຄວາມປະທັບໃຈຕໍ່ຜົນງານການພັດທະນາເສດຖະກິດ ຂອງ ຫວຽດນາມ ໃນຊຸມປີຜ່ານມາ ແລະ ຖືວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ທີ່ດູດດື່ມສຳລັບນັກລົງທຶນຕ່າງປະເທດ, ໂດຍສະເພາະແມ່ນໃນສະພາບການເຄື່ອນຍ້າຍການລົງທຶນ ຈາກ ຈີນ ສືບຕໍ່ເກີດຂຶ້ນ ດ້ວຍຄວາມຕ້ອງການລະບົບການສະໜອງທີ່ຫຼາກຫຼາຍ.

        ເຊື່ອໝັ້ນຕໍ່ແງ່ຫວັງຂອງການພົວພັນລະຫວ່າງສອງປະເທດ ດ້ວຍບັນດາທັດສະນະທີ່ຄ້າຍຄືກັນ ແລະ ມີສາຍການບິນໂດຍກົງຫຼາຍສາຍໄດ້ເປີດການບໍລິການນັ້ນ, ບັນດາຜູ້ແທນຢັ້ງຢືນວ່າ ສອງຝ່າຍບໍ່ພຽງແຕ່ເພີ່ມທະວີທາງດ້ານການຄ້າ, ການລົງທຶນເທົ່ານັ້ນ ຫາກຍັງເພີ່ມທະວີຂົງເຂດການສຶກສາ, ພົວພັນແລກປ່ຽນປະຊາຊົນ ແລະ ການທ່ອງທ່ຽວອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ