ຫວຽດນາມ ເຊື່ອໝັ້ນວ່າ ກຳປູເຈຍ ຈະສືບຕໍ່ ພັດທະນາສັນຕິພາບ, ສະຖຽນລະພາບ, ຈະເລີນຮຸ່ງເຮືອງ

ຫວຽດນາມ ເຊື່ອໝັ້ນວ່າ ກຳປູເຈຍ ຈະສືບຕໍ່ ພັດທະນາສັນຕິພາບ, ສະຖຽນລະພາບ, ຈະເລີນຮຸ່ງເຮືອງ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ ​ເລືອ​ງ​ແທງ​ຫງີ້)

(vovworld) - ​ເນື່ອງ​ໃນ​ໂອກາດ​ວັນ​ທີ 28/07, ກຳປູ​ເຈຍ ​ໄດ້​ຈັດ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ອາຍຸ​ການ​ທີ 5 ສຳ​ເລັດ​ຜົນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນກຳປູ​ເຈຍ.

        ວັນ​ທີ 01 ສິງຫາ, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບໝາກຜົນ​ຂອງ​ການ​ເລືອກຕັ້ງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ຜ່ານ​ມາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ ​ເລືອ​ງ​ແທງ​ຫງີ້ ​ໃຫ້​ຮູ້​ວ່າ “ຫວຽດນາມ ຊົມ​ເຊີຍ​ກຳປູ​ເຈຍ ​ ໄດ້​ຈັດ​ຕັ້ງການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ອາຍຸ​ການ​ທີ 5 ​ໃນ​ວັນ​ທີ 28 ກໍລະກົດ ສຳ​ເລັດ​ຜົນ. ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ​ປະ​ເທດກຳປູ​ເຈຍ ຈະ​ສືບ​ຕໍ່​ພັດທະນາ​ສັນຕິພາບ, ສະຖຽນ​ລະ​ພາບ, ຈະເລີ​ນຮຸ່ງ​ເຮືອງ, ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີງາມ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ