ຫວຽດນາມ ແລະ ບຣູໄນຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ

(VOVWORLD) -ຕອນເຊົ້າວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ ບຣູໄນ Dato Erywan Pehin Yusof ກ່ອນທີ່ເຈົ້າຊີວິດຂອງ ບຮຸໄນສະເດັດມາຢ້ຽມຢາມຫວຽດນາມ
    ຫວຽດນາມ ແລະ ບຣູໄນຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ    - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ແລະ ທ່ານລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ ບຣູໄນ Dato Erywan Pehin Yusof 

ທີ່ການຕ້ອນຮັບ ການນຳ 2 ທ່ານໄດ້ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ 2 ປະເທດມີທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ , ການລົງທຶນ, ພະລັງງານ, ກະສີກຳ, ແຮງງານ, ການສຶກສາ….

     ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ການຮ່ວມມືລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສຫຼາຍຝ່າຍ, 2 ຝ່າຍໄດ້ເຫັນດີສົມທົບກັນ ຊຸກຍູ້ຄວາມສາມັກຄີ,  ແລະ ເສີມຂະຫຍາຍບົດບາດເປັນສູນກາງຂອງອາຊຽນໃນບັນດາບັນຫາຄວາມໝັ້ນຄົງ, ຍຸດທະສາດໃນພາກພື້ນ, ພິເສດໃນຂະບວນວິວັດທີ່ 2 ປະເທດຮັບບົດບາດເປັນປະທານອາຊຽນເປັນລຳດັບໃນປີ 2020 ແລະ 2021

ຕອບກັບ

ຂ່າວ/ບົດ​ອື່ນ