ຫວຽດ​ນາມ ແລະ ອິນ​ເດຍ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ, ການ​ຄ້າ

(VOVWORLD) -ປັດຈຸບັນ ຫວຽດນາມ ພວມຜະລິດ ປະເພດສິນຄ້າເອເລັກໂຕນິກສົ່ງອອກເປັນຈຳນວນຫຼາຍ. ດ້ວຍການປ່ຽນແປງຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທົ່ວໂລກ, ຫວຽດນາມສະໜອງສິນຄ້າຫຼາຍປະເພດທີ່ສຸດ ອາດຈະປ່ຽນແທນໃຫ້ປະເພດສິນຄ້ານຳເຂົ້າຈາກປະເທດອື່ນ.
ຫວຽດ​ນາມ ແລະ ອິນ​ເດຍ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ, ການ​ຄ້າ - ảnh 1 ຜູ້ແທນເຂົ້າຮ່ວມການພົບປະແລກປ່ຽນການຄ້າລະຫວ່າງ ຫວຽດນາມ ແລະ ອິນເດຍ 

ຫວຽດນາມມີຜະລິດຕະພັນກະເສດສົດ ແລະ ປຸງແຕ່ງຫຼາຍຊະນິດ, ເຄື່ອງເຟີນີເຈີ ທີ່ເປັນທ່າແຮງເມື່ອສົ່ງອອກໄປຍັງຕະຫຼາດ ອິນເດຍ, ໃນຂະນະ ນັກລົງທຶນອິນເດຍ ກໍ່ສາມາດມາຊອກຫາກາລະໂອກາດລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາໃນການພົບປະແລກປ່ຽນການຄ້າທາງອອນລາຍ ແລະ ພົບປະໂດຍກົງ ຢູ່ສອງ ສະຖານທີ່ເຊື່ອມຕໍ່ ຫວຽດນາມ ແລະ ອິນເດຍ ເຊິ່ງໄດ້ດຳເນີນໃນວັນທີ 17 ທັນວາ.

        ກ່າວຄຳເຫັນທີ່ການພົບປະແລກປ່ຽນການຄ້າ, ທ່ານ Atul Kumar Saxena ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ບັນດາບໍລິສັດນຳເຂົ້າອິນເດຍຖືວ່າ:

        ປັດຈຸບັນ ຫວຽດນາມ ພວມຜະລິດ ປະເພດສິນຄ້າເອເລັກໂຕນິກສົ່ງອອກເປັນຈຳນວນຫຼາຍ. ດ້ວຍການປ່ຽນແປງຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທົ່ວໂລກ, ຫວຽດນາມສະໜອງສິນຄ້າຫຼາຍປະເພດທີ່ສຸດ ອາດຈະປ່ຽນແທນໃຫ້ປະເພດສິນຄ້ານຳເຂົ້າຈາກປະເທດອື່ນ. ຫ້ອງການການຄ້າ ແລະ ອຸດສາຫະກຳ ບັນດາປະເທດນຳເຂົ້າຂອງອິນເດຍພວມຜັນຂະຫຍາຍການຮ່ວມມືຕາມທິດນີ້, ບັນດາວິສາຫະກິດອິນເດຍ ອາດຈະຊອກຫາໄດ້ກາລະໂອກາດທີ່ດີກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ