ຫວຽດນາມ ໃຫ້ຄຳໝັ້ນສັນຍາສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນການຄົ້ນຄ້ວາ, ຜະລິດ, ມອບໂອນເຕັກໂນໂລຊີວັກຊິນ ແລະ ບັນດາຜະລິດຕະພັນການແພດຊີວະ

(VOVWORLD) - ຫວຽດນາມ ໄດ້ຜັນຂະຫຍາຍການທູດວັກຊິນ ບັນລຸຜົນສຳເລັດ ແລະ ບັ້ນເຄື່ອນໄຫວສັກວັກຊິນໂດຍບໍ່ເກັບຄ່າຄັ້ງໃຫຍ່ທີ່ສຸດນັບແຕ່ກ່ອນມານີ້
ຫວຽດນາມ ໃຫ້ຄຳໝັ້ນສັນຍາສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນການຄົ້ນຄ້ວາ, ຜະລິດ, ມອບໂອນເຕັກໂນໂລຊີວັກຊິນ ແລະ ບັນດາຜະລິດຕະພັນການແພດຊີວະ - ảnh 1ຫວຽດນາມ ສຸມໃສ່ຄົ້ນຄ້ວາ ການຜະລິດ ວັກຊິນ
(ພາບ: baochinhphu.vn)

ຕອນບ່າຍວັນທີ 25 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີບົດກ່າວຄຳເຫັນຕາມຮູບແບບຖ່າຍທຳວີດີໂອ ທີ່ກອງປະຊຸມສຸດຍອດຊີວະວິທະຍາໂລກ 2022 ດ້ວຍຫົວຂໍ້ວ່າ “ອະນາຄົດຂອງ ວັກຊິນ ແລະ ການແພດຊີວະ” ເຊິ່ງຈັດຂຶ້ນຢູ່ ສ ເກົາຫຼີ ໃນວັນທີ 25 – 26 ຕຸລາ. ໃນບົດຄຳເຫັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ໂລກລະບາດໂຄວິດ - 19 ເກີດຂຶ້ນ ແລະ ແຜ່ລະບາດຊຶ່ງໄດ້ສົ່ງຜົນສະທ້ອນໜັກໜ່ວງ, ຮອບດ້ານເຖິງທຸກໆປະເທດ. ໃນບັ້ນເຄື່ອນໄຫວຕ້ານໂລກລະບາດຜ່ານມາ, ຫວຽດນາມ ໄດ້ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດດ້ວຍການສຳຜັດມີລັກສະນະທົ່ວໂລກ, ເພີ່ມທະວີຄວາມສາມັກຄີສາກົນ, ຍົກສູງລັດທິຫຼາຍຝ່າຍ; ທັງມີລັກສະນະທົ່ວປວງຊົນ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ. ຫວຽດນາມ ໄດ້ຜັນຂະຫຍາຍການທູດວັກຊິນ ບັນລຸຜົນສຳເລັດ ແລະ ບັ້ນເຄື່ອນໄຫວສັກວັກຊິນໂດຍບໍ່ເກັບຄ່າຄັ້ງໃຫຍ່ທີ່ສຸດນັບແຕ່ກ່ອນມານີ້. ມາຮອດປະຈຸບັນ, ໂລກລະບາດໄດ້ຮັບການຄວບຄຸມໂດຍພື້ນຖານ, ສ້າງພື້ນຖານເພື່ອພັດທະນາເສດຖະກິດ, ສັງຄົມ, ຟື້ນຟູໄວ ແລະ ພັດທະນາແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

        “ຈາກໂລກລະບາດໂຄວິດ 19 ແລະ ວິກິດການການແພດທີ່ຜ່ານມາໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງຄວາມຕ້ອງການຍູ້ແຮງການຄົ້ນຄ້ວາພັດທະນາວັກຊິນ, ເຕັກໂນໂລຊີການແພດຊີວະ ເພື່ອປະກອບສ່ວນເບິ່ງແຍງດູແລສຸຂະພາບ ແລະ ປົກປັກຮັກສາຊີວິດອິນຊີຂອງປະຊາຊົນ; ຍົກສູງກຳລັງຄວາມສາມາດຮັບມືກັບບັນດາໂລກລະບາດທີ່ອາດຈະເກີດຂຶ້ນແບບກະທັນຫັນ ແລະ ມີການຜັນແປທີ່ສັບສົນ”.

        ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ເອົາໃຈໃສ່ຄົ້ນຄ້ວາ, ລົງທຶນ, ຜະລິດບັນດາປະເພດວັກຊິນ, ຜະລິດຕະພັນປ້ອງກັນ, ຕ້ານໂລກລະບາດ ແລະ ພັດທະນາຂະແໜງການແພດຊີວະ; ພ້ອມທັງຢາກໄດ້ຮັບການຊ່ວຍເຫຼືອຈາກບັນດາຄູ່ຮ່ວມມື, ໃນນັ້ນມີ ສ ເກົາຫຼີ.

       

ຕອບກັບ

ຂ່າວ/ບົດ​ອື່ນ