ຫົວໜ້າຄະນະເສດຖະກິດສູນກາງ ຕ້ອນຮັບລັດຖະ ມົນຕີຊ່ວຍວ່າການກະຊວງການຄ້າອາເມລິກາ
ທ່ານຫົວໜ້າຄະນະເສດຖະກິດສູນກາງ ເວື້ອງດິງເຫ້ວ
ຕ້ອນຮັບຄະນະປະຕິບັດງານຂອງກະຊວງການຄ້າອາເມລິກາ
(ພາບ: kinhtetrunguong.vn)
(vovworld) – ຕອນບ່າຍວັນທີ 22/01, ຢູ່ຮ່າໂນ້ຍ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ເວື້ອງດິງເຫ້ວ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງກະຊວງການຄ້າອາເມລິກາ ໂດຍທ່ານ Stefan M.Selig, ລັດຖະມົນຕີຊ່ວຍວ່າການກະຊວງການຄ້າອາເມລິກາ, ຮັບຜິດຊອບຂົງເຂດການຄ້າສາກົນເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ເວື້ອງດິງເຫ້ວ ສະເໜີໃຫ້ອາເມລິກາ ເອົາໃຈໃສ່ໜູນຊ່ວຍຫວຽດນາມ ສຳພັດກັບຕະຫຼາດອາເມລິກາ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື ເຄື່ອງຕຳແຜ່ນຕັດຫຍິບ ແລະ ເກີບໜັງ. ທ່ານ ເວື້ອງດິງເຫ້ວ ກໍ່ສະເໜີໃຫ້ທ່ານ Stefan M.Selig ດ້ວຍບົດບາດຂອງຕົນຊຸກຍູ້ລັດຖະບານອາເມລິກາ ຮັບຮອງຫວຽດນາມ ເປັນພື້ນຖານເສດຖະກິດການຕະຫຼາດໂດຍໄວ. ທ່ານ ເວື້ອງດິງເຫ້ວ ແລະ ທ່ານ Stefan M.Selig ສະແດງຄວາມປາດຖະໜາຢາກສິ້ນສຸດການເຈລະຈາສັນຍາການຄ້າຂ້າມປາຊີຟິກ (TPP) ໂດຍໄວ ແລະ ເຊື່ອໝັ້ນວ່າ, ພາຍຫຼັງໃນສັນຍາ TPP ໄດ້ຮັບການລົງນາມ, ການພົວພັນຮ່ວມມືດ້ານການຄ້າ - ການລົງທຶນລະຫວ່າງ 2 ປະເທດຈະພັດທະນາກວ່າອີກໃນອະນາຄົດ.