ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຍື່ນໜັງສືມອບສິດທາງກົງສູນ

(VOVWORLD) - ທ່ານນາງຈະມານະພະຍາຍາມເຮັດຈົນສຸດຄວາມສາມາດເພື່ອເພີ່ມພູນຄູນສ້າງ, ສ້າງນ້ຳໃຈສາມັກຄີ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ພົ້ນເດັ່ນ, ເຂັ້ມຂຸ້ນກ່ວາອີກ.
ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຍື່ນໜັງສືມອບສິດທາງກົງສູນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ມອບສານຕາຕັ້ງໃຫ້ທ່ານນາງ ກ່ຽວທິຮັ່ງຟຸກ
(ພາບປະກອບຈາກ:baoquocte.vn)

ວັນທີ 11 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ໂພໄຊ ໄຂຄຳພິທູນ ໄດ້ໃຫ້ການຕ້ອນຮັບທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳ ຫຼວງພະບາງ, ຍື່ນໜັງສືມອບສິດທາງກົງສູນ ຕາມພິທີທາງການທູດ. ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ເຊື່ອໝັ້ນວ່າ ທ່ານນາງ ກ່ຽວທິຮັ່ງຟຸກ ຈະສືບຕໍ່ຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ຢ່າງແຮງກ່ວາອີກ. ທ່ານນາງຫົວໜ້າສະຖານກົງສູນໃຫຍ່ ກ່ຽວທິຮັ່ງຟຸກ ຢັ້ງຢືນວ່າ: ໃນອາຍຸການປະຕິບັດງານຂອງຕົນ, ທ່ານນາງຈະມານະພະຍາຍາມເຮັດຈົນສຸດຄວາມສາມາດເພື່ອເພີ່ມພູນຄູນສ້າງ, ສ້າງນ້ຳໃຈສາມັກຄີ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ພົ້ນເດັ່ນ, ເຂັ້ມຂຸ້ນກ່ວາອີກ. ພິເສດ, ຈະແມ່ນຂົວເຊື່ອມຕໍ່ໜູນຊ່ວຍ, ຊຸກຍູ້ບັນດາທ້ອງຖິ່ນຂອງ ຫວຽດນາມ ມີການພົວພັນແຮກສ່ຽວ, ການຮ່ວມມືກັບບັນດາແຂວງທາງພາກເໜືອລາວ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືບັນລຸໄດ້ໝາກຜົນທີ່ແທດຈິງ, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ, ສ້າງເຂດຊາຍແດນມິດຕະພາບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ