ຫາງສຽງຕີລາຄາສູງເລື່ອງລັດເຊຍຖອນສິດແຊກແຊງດ້ານການທະການເຂົ້າບັນດາຢູແກຼນ
ທະຫານຢູແກຼນ (ພາບ : AP) |
(vovworld)- ຂໍ້ຕົກລົງຂອງສະພາສະຫະພັນ ( ສະພາສູງ) ລັດເຊຍໄດ້ລົບລ້າງມະຕິສະບັບໜຶ່ງອະນຸຍາດຈັດສົ່ງທະຫານໄປຍັງຢູແກຼນ ໄດ້ຮັບປະຕິກິລີຍາທີ່ຕັ້ງໜ້າຈາກຢູແກຼນ ແລະ ບັນດາປະເທດສຳພັນທະມິດຝ່າຍຕາເວັນຕົກຂອງປະເທດນີ້.
ກ່າວຄຳເຫັນກັບນັກຂ່າວຢູ່ບຣຸກແຊນ ປະເທດແບນຊິກເມື່ອວັນທີ 25/6, ລັດຖະມົນຕີການຕ່າງປະເທດຢູແກຼນ Klimkin ຊຶ່ງພວມເຂົ້າຮ່ວມກອງປະຊຸມຂອງອົງການ NATO ຢືນຢັນວ່າ ນີ້ແມ່ນບາດກ້າວເດີນທີ່ຕັ້ງໜ້າ, ຈຳເປັນ ແລະ ສຳຄັນ. ນັກການເມືອງຄົນນີ້ໄດ້ສະແດງຄວາມຫວັງວ່າ ມົດສກູຈົ່ງມີການກະທຳຄ້າຍຄືກັນຕື່ມອີກ, ລະອຽດແມ່ນການສະໜັບສະໜູນແຜນການສັນຕິພາບຂອງອຳນາດການປົກຄອງ ກີແອບ. ລັດຖະມົນຕີການຕ່າງປະເທດຢູແກຼນ Klimkin ຍັງຊີ້ແຈ້ງວ່າ ກີແອບຈະປະຕິບັດຕາມຕາມຄຳສັ່ງຢຸດຍິງພຽງລຳພັງຝ່າຍດຽວ ໂດຍບໍ່ຫົວຊາຕໍ່ການທີ່ກຸ່ມຄົນທ່ວງເອົາການຫັນເປັນສະຫະພັນ ຫາກໍຍິງເຮືອບິນເອລີກອບເຕີລຳໜຶ່ງຂອງທະຫານຢູແກຼນຕົກ, ເຮັດໃຫ້ທະຫານ 9 ຄົນເສຍຊີວິດ.