ຫາງສຽງສເກົາຫຼີຕີລາຄາ ສູງບົດກ່າວປາໄສຂອງ ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ທີ່ສະມັດຊາໃຫ່ຍ ສປຊ

ຫາງສຽງສເກົາຫຼີຕີລາຄາ ສູງບົດກ່າວປາໄສຂອງ   ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ທີ່ສະມັດຊາໃຫ່ຍ ສປຊ - ảnh 1

(ພາບ:nguyentandung.org)

(vovworld)- ​ຕອບ​ສຳພາດ​ຕໍ່ວົງ​ການ​ນັກ​ຂ່າວ, ສາດສະດາຈານວິທະຍາສາດ​ສັງຄົມ Kim Young soon, ມະຫາວິທະຍາ​ໄລ Inha, Incheon ສະ​ເກົາຫຼີ ຜູ້​​ໄດ້​ຄົ້ນຄ້ວາ​ກ່ຽວ​ກັບ​ຫວຽ​ດນາມ ​ແລະ ວັດທະນະທຳ​ຫວຽດນາມ ​ເປັນ​ເວລາ​ຫຼາຍ​ປີ​ໄດ້​ຢືນຢັນ​ວ່າ: ບົດ​ກ່າວ​ປາ​ໄສຂອງທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ທີ່​ສະມັດຊາ​ໃຫ່ຍ ສປຊ ຊຸດ​ທີ 68 ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ພິລາດ​ອາ​ຫານ​ແຫ່ງ​ຊາດຢ່າງ​ຈະ​ແຈ້ງ. ອາ​ດ​​ເວົ້າ​ໄດ້​ວ່າ, ສິ່ງ​ສຳຄັນ​ໃນບົດ​ກ່າວ​ປາ​ໄສ​ແມ່ນ​ສານ​ແຫ່ງ​ສັນຕິພາບ​ໃຫ້​ແກ່​ອາຊີ ​ແລະ ໂລກ ດ້ວຍ​ຄຳ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຈົ່ງ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອໃຈ​ຊື່​ງກັນ ​ແລະ ກັນ ​ແລະ ພ້ອມກັນ​ສ້າງສັນຕິພາບ.

  ​​ໜັງສືພິມ “​ເສດຖະກິດ​ຂຽວ“ ສະບັບ​ອອກ​ວັນ​ທີ 5/10 ​ໄດ້​ລົງ​ພິມບົດ​ຂຽນ​ດ້ວຍ​ຫົວ​ຂໍ້ “ຫວຽ​ດນາມ-​ປະ​ເທດ​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ດ້ວຍ​ຖານະ​ແມ່ນ​ສະມາຊິກ​ຕັ້ງໜ້າ ​ແລະ ມີ​ຄວາ​ມຮັບຜິດຊອບ​ຂອງ ສປຊ“. ບົດ​ຂຽນ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ ​ໃນ ສປຊ ​ແລະ ​ເນັ້ນໜັກ​ວ່າ: “​ໃນ​ຊຸມປີ​ມໍ່​ໆມາ​ນີ້, ຫວຽດນາມ ​​ແມ່ນປະ​ເທດພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ດ້ວຍ​ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢ່າງ​ໄວວາ ​ແລະ ແມ່ນ​ສະມາຊິກ​ຕັ້ງໜ້າ ​ແລະ ມີ​ຄວາ​ມຮັບຜິດຊອບ​ຂອງ ສປຊ“.

   ​ໃນ​ຂະນະ​ນັ້ນ, ສາດ​ສະ​ດາ​ຈານ Son Gi-woong ສັງກັດ​ສະຖາບັນຄົ້ນຄ້ວາ​ເອກະ​ພາບ​ສ​ເກົາຫຼີ ມີ​ບົດຮຽນ​ລົງ​ພິມ​ໃນ​ໜັງສືພິມ​ລາຍ​ວັນ “ສິ່ງ​ແວດ​ລ້ອມ“ ​ໄດ້​ໃຫ້​ຂໍ້​ສັງ​ເກ​ເດ​ວ່າ: “​ໃນ​ບົດ​ກ່າວ​ປາ​ໄສ​ທີ່ວາລະ​ປະຊຸມ​ຄົບ​ຄະນະ ສະມັດຊາ​ໃຫ່ຍ ສປຊ ຊຸດ​ທີ 68, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ເນັ້ນນັກ​ເຖິງ​ບັນດາ​ບັນຫາ​ຄື: ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ການ​ທຳລາຍ​ຊັບພະຍາກອນ​ທຳ​ມະ​ນາ​ຊາດ, ທຳລາຍ​ປ່າ….. ​ແລະ ຊີ້​ອອກ​ວ່າ, ນີ​ແມ່ນ​ປັດ​ໄຈ​ເຮັດ​ໃຫ້​ປະ​ເທດ​ຕ່າງໆ​ຕົກ​​ເຂົ້າສູ່​ສະພາບ​ທຸກ​ຍາກ ​ແລະ ອຶດ​ຫິວ​“.

ຂ່າວ/ບົດ​ອື່ນ