ອົງການກູ້ໄພກູ້ຊີບ ສປຊ ກ່າວປະນາມ ອິດສະຣາແອັນ ທີ່ປິດລ້ອມເຂດກາຊາ
(VOVWORLD) - ຕາມທ່ານນາງ Juliette Touma, ຄຳສັ່ງປິດລ້ອມນີ້ໄດ້ເຮັດໃຫ້ບັນດາສາງທັນຍາຫານ, ແຫຼ່ງສະໜອງເຄື່ອງອຸປະກອນການແພດ, ຕູບແພ, ນ້ຳໃຊ້ຖືກໝົດກ້ຽງ ຊື່ງໄດ້ກະຕຸ້ນຕະຫຼາດດຳ, ບ່ອນທີ່ລາຄາສິນຄ້າເຫຼົ່ານັ້ນເພີ່ມຂຶ້ນທົບຫຼາຍໆເທົ່າ.
(ພາບ: THX/TTXVN)
|
ວັນທີ 29 ເມສາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຈາກ ເຊີແນວ, ທ່ານນາງ Juliette Touma ໂຄສົກຂອງອົງການກູ້ໄພກູ້ຊີບ ແລະ ວຽກເຮັດງານທຳ ສປຊ ສຳລັບຊາວລີ້ໄພ ປາແລັດສະຕິນ (UNRWA), ໄດ້ກ່າວປະນາມການປິດລ້ອມເຂດກາຊາ ທີ່ແກ່ຍາວເປັນເວລາ 2 ເດືອນຜ່ານມາຂອງ ອິດສະຣາແອັນ.
ຕາມທ່ານນາງ Juliette Touma, ຄຳສັ່ງປິດລ້ອມນີ້ໄດ້ເຮັດໃຫ້ບັນດາສາງທັນຍາຫານ, ແຫຼ່ງສະໜອງເຄື່ອງອຸປະກອນການແພດ, ຕູບແພ, ນ້ຳໃຊ້ຖືກໝົດກ້ຽງ ຊື່ງໄດ້ກະຕຸ້ນຕະຫຼາດດຳ, ບ່ອນທີ່ລາຄາສິນຄ້າເຫຼົ່ານັ້ນເພີ່ມຂຶ້ນທົບຫຼາຍໆເທົ່າ. ເດັກນ້ອຍ ແລະ ຜູ້ເຖົ້າຢູ່ເຂດດິນແດນແຫ່ງນີ້ ແມ່ນບັນດາເປົ້າໝາຍຖືກຜົນສະທ້ອນຢ່າງໜັກໜ່ວງກ່ວາໝູ່ຍ້ອນເຂດກາຊາ ຖືກປິດລ້ອມ, ເດັກນ້ອຍຫຼາຍຄົນໃກ້ຈະຕາຍຍ້ອນສະພາບອຶດຫິວ.
ທ່ານນາງ Juliette Touma ໂຄສົກຂອງ UNRWA ກໍ່ໃຫ້ຮູ້ອີກວ່າ ອິດະຣາແອັນ ສືບຕໍ່ປະຕິເສດອະນຸຍາດໃຫ້ລົດຂົນສົ່ງເຄື່ອງຊ່ວຍເຫຼືອນັບພັນຄັນເຂົ້າເຂດ ກາຊາ. ຂໍ້ຕົກລົງນີ້ ພວມທຳລາຍບັນດາຄວາມມານະພະຍາຍາມມະນຸດສະທຳ ແລະ ນາບຂູ່ຊີວິດອິນຊີ, ການຄົງຕົວຂອງສາມັນຊົນເຂດ ກາຊາ ຊື່ງເປັນຜູ້ພວມດຳລົງຊີວິດໃນສະພາບຫຍຸ້ງຍາກທີ່ສຸດ ຍ້ອນການບຸກໂຈມຕີທາງອາກາດ ແລະ ການບຸກໂຈມຕີຂະໜາດໃຫ່ຍຄັ້ງຕ່າງໆໃນແຕ່ລະວັນ./.