ອົງການພັດທະນາສາກົນອາເມລິກາໜູນຊ່ວຍມະນຸດສະທຳຢູ່ຫວຽດນາມ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 23/11, ຢູ່ຮ່າໂນ້ຍ, ສູນກາງສະພາກາແດງຫວຽດນາມ ໄດ້ຈັດພິທີປະກາດໂຄງການ “ຍົກສູງກຳລັງຄວາມສະມາດຂອງສະພາກາແດງຫວຽດນາມ ທຸກຂັ້ນ ໃນການຄວບຄຸມຄວາມສ່ຽງຈາກໄພທຳມະຊາດ ແລະ ພະຍາບານສຸກເສີນ” ໂດຍອົງການພັດທະນາສາກົນອາເມລິກາ ອຸປະຖຳ ທີ່ມີມູນຄ່າເກືອບ 500.000 USD. ໂຄງການສຸມໃສ່ເຂົ້າໃນບັນດາການເຄື່ອນໄຫວຍົກສູງປະສິດທິຜົນວຽກງານປະສານງານຂອງສະພາກາແດງຫວຽດນາມ ໃນການສະກັດກັ້ນ ແລະ ຮັບມືກັບໄພພິບັດ, ຍົດສູງທັກສະໃນການຮັບມືກັບໄພພິບັດ ແລະ ພະຍາບານສຸກເສີນໃຫ້ສະມາຊິກໃນໜ່ວຍຮັບມືກັບໄພພິບັດຕ່າງໆຢູ່ສູນກາງສະພາ ແລະ ບັນດາແຂວງຮ່ວາບິ່ງ, ກວາງຈິ້, ບາກລຽວ. ໂຄງການໄດ້ຮັບການຜັນຂະຫຍາຍແຕ່ວັນທີ 01/10/2015 ຮອດວັນທີ 31/02/2017.