ອັດກອງປະຊຸມຊາບຊຶມມະຕິກອງປະຊຸມສູນກາງພັກຄັ້ງທີ8ຊຸດທີ11

ອັດກອງປະຊຸມຊາບຊຶມມະຕິກອງປະຊຸມສູນກາງພັກຄັ້ງທີ8ຊຸດທີ11 - ảnh 1
ທ່ານ ດິງ​ເທ໋ຮິງ, ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ
(ພາບ: Phương Hoa/TTXVN)

(vovworld) - ​ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ ດິງ​ເທ໋ຮິງ, ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ, ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ​ກຳ​ແໜ້ນ, ​ເຂົ້າ​ໃຈ​ແຈ້ງ​ບັນດາ​ໜ້າ​ທີ່, ມາດ​ຕະການ​ລວມ​ໃນ​ທົ່ວ​ປະ​ເທດ, ພ້ອມ​ທັງ​ນຳ​ໃຊ້​ຢ່າງ​ມີ​ຫົວ​ຄິດ​ປະດິດ​ສ້າງ, ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ລະອຽດ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ, ຫົວໜ່ວຍ​ຂອງ​ຕົນ. ຕາມ​ນັ້ນ​ແລ້ວ, ​ໃນ 2 ປີ​ທີ່​ຍັງ​ເຫຼືອ​ຂອງ​ອະ​ຍຸ​ການ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11 ຂອງ​ພັກ, ຈຸດໝາຍ​ວາງ​ອອກ​ແມ່ນ​ຮັບປະກັນ​​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ຟື້ນ​ຟູ​ການ​ເຕີບ​​ໂຕ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ, ກຳລັງ​ແກ່ງ​ແຍ້​ງ.​​.​. ກ່ຽວ​ກັບ​ການ​ປ່ຽນ​ໃໝ່​​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍພື້ນຖານ ​ແລະ ຮອບດ້ານ, ທ່ານ ດິງ​ເທ໋ຮິງ ​ເນັ້ນ​ໜັກ​ມາດ​ຕະການ​ສຳຄັນ​ແມ່ນ: ປ່ຽນ​ໃໝ່​ໂດຍ​ພື້ນຖານ​ຮູບ​ແບບ ​ແລະ ວິທີ​ປະຕິບັດ, ກວດກາ ​ແລະ ຕີ​ລາຄາ​ໝາກຜົນ​ການ​ສຶກສາ, ບຳລຸງ​ສ້າງ, ຮັບປະກັນ​ລັກສະນະ​ບໍລິສຸດ, ພາວະ​ວິ​ໄສ.​​..​ ສຳລັບ​ມະຕິ​ກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່, ທ່ານ ດິງ​ເທ໋ຮິງ ຢັ້ງຢືນ​ວ່າ: ​ເຖິງ​ວ່າ​ສະພາບ​ການ​ຍັງ​ຫຍຸ້ງ​ຍາກ, ສັບສົນ​ຄື​ແນວ​ໃດ, ຫວຽດນາມ ຕ້ອງ​ປົກ​ປັກ​ຮັກສາ​ເອກະລາດ, ປາ​ຊາ​ທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຢ່າງ​ໝັ້ນຄົງ, ປົກ​ປ້ອງ​ພັກ, ລັດ, ປະຊາຊົນ ​ແລະ ລະບອບ​ສັງຄົມ​ນິຍົມ.​​.. ທ່ານ ດິງ​ເທ໋ຮິງ ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ​ເນັ້ນ​ໜັກ​ວ່າ:

    “ພາຍຫຼັງ​ກອງ​ປະຊຸມ​ນີ້, ສະ​ເໜີ​ໃຫ້​ບັນດາ​ການ​ນຳ, ຊີ້ນ​ຳວຽກ​ງານຈັດ​ຕັ້ງ​ການ​ຮຳ່ຮຽນ, ຊາບ​ຊຶມ​ບັນດາ​ມະຕິ, ຂໍ້​ສະ​ຫລຸບ​ຂອງ​ສູນ​ກາງ​ໃຫ້​ພະນັກງານ, ສະມາຊິກ​ພັກ​ຢ່າງ​ແທດ​ຈິງ, ມີ​ປະສິທິຜົນ, ສົ່ງ​ເສີມ​ບັນດາ​ຮູບ​ແບບ​ກວດກາ, ຕີ​ລາຄາ​ໝາກຜົນ​ການ​ຮຳ່ຮຽນ​ຂອງ​ພະນັກງານ, ສະມາຊິກ​ພັກ. ຄະນະ​ພັກ​ທຸກ​ຕ່າງໆ​ຊີ້ນ​ຳ ​ແລະ ຈັດ​ຕັ້ງ​ການ​ໂຄສະນາ​ບັນດາ​ມະຕິ, ຂໍ້​ສະ​ຫຼຸບ​ຂອງ​ສູນ​ກາງ​ໃນ​ໝູ່​ປະຊາຊົນ​ໃນ​ພາຫະນະ​ສື່​ມວນ​ຊົນ, ຜ່ານ​ການ​ດຳ​ລົງ​ຊີວິດ​ຂອງ​ໝູ່​ຄະນະ, ​ອົງການ, ຫົວໜ່ວຍ​ດ້ວຍ​ທີ່​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ​ເໝາະ​ສົມ.​..​”

        ​ໃນ 2 ວັນ​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແນະນຳ​ມະຕິ​ກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່, ທ່ານ​ກ​ຳມະ​ການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ປະ​ເທ​ດຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ແນະນຳ​ມະ​ຕິ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນ​ຖານ ​ແລະ ຮອບດ້ານ.


ຂ່າວ/ບົດ​ອື່ນ