ອັດກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດ ຂັ້ນສູງ ອາຊຽນ ເປີດກ້ວາງ
ສະພາບການຢູ່ກອງປະຊຸມ
(ພາບ:btv.org.vn)
( vovworld ) – ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ ເປີດກ້ວາງ (ADSOM+) ຫາກໍ່ໄດ້ອັດລົງເມືອຕອນບ່າຍວັນທີ 26/4, ຢູ່ຊຽມຣຽບ (ກຳປູເຈຍ). ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມປອດໄພ ແລະຄວາມເສລີໃນການເດີນທະເລ, ເຫັນດີເປັນເອກະສັນ ຕ້ອງແກ້ໄຂບັນດາບັນຫາໃນທະເລຕາເວັນອອກໂດຍສັນຕິວິທີ ຕາມກົດໝາຍສາກົນກໍ່ຄືບັນດາຄຳໝັ້ນສັນຍາໃນພາກພື້ນ ຊື່ງບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືໄດ້ພ້ອມກັນລົງນາມ. ຜູ້ຕາງໜ້າຝ່າຍຈີນຢືນຢັນວ່າ ຈີນ ມີແຜນນະໂຍບາຍຊອກຫາທຸກໆມາດຕະການແກ້ໄຂສັນຕິພາບ ໂດຍຜ່ານການເຈລະຈາ ບົນພື້ນຖານກົດໝາຍສາກົນ ແລະ ປາດຖະໜາວ່າ ປະເທດຕ່າງໆທີ່ກ່ຽວຂ້ອງ ຕ້ອງຊອກຫາວິທີການຮ່ວມມືຢ່າງມີປະສິດທິຜົນໃນເຂດທະເລແຫ່ງນີ້. ຍີ່ປຸ່ນ ແລະ ກຳປູເຈຍ ສະໜັບສະໜູນການເປີດກ້ວາງເວທີປາໄສປ້ອງກັນຄວາມສະຫງົບປອດໄພທາງທະເລ. ໃນຂະນະນັ້ນ, ຄະນະຜູ້ແທນ ອາເມລິກາ ໄດ້ອອກສຽງຊົມເຊີຍບັນດາຄວາມຄຶບໜ້າໃນມໍ່ໆມານີ້ ໃນການສ້າງປະມວນຫຼັກການການປະພຶດຕໍ່ຢູ່ທະເລຕາເວັນອອກ ລະຫວ່າງບັນດາປະເທດອາຊຽນ ແລະ ຈີນ…..
ສ່ວນທ່ານພົນໂທ Nguyen Chi Vinh, ຫົວໜ້າຄະນະເຈົ້າໜ້າທີ່ປ້ອງກັນຊາດ ຂັ້ນສູງ ຫວຽດນາມ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ມານະພະຍາຍາມເພີ່ມທະວີສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ນັບທັງຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ. ກ່ຽວກັບການຮ່ວມມືທີ່ມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ຈີນໃນທະເລຕາເວັນອອກ, ທ່ານພົນໂທ Nguyen Chi Vinh ເນັ້ນໜັກວ່າ: “ທຸກໆປະເທດລ້ວນແຕ່ໄດ້ຕີລາຄາສູງການຮ່ວມມືຂອງ ຫວຽດນາມ ແລະ ຈີນ ໃນການເຄື່ອນໄຫວຂອງກຸ່ມຜູ້ຊ່ຽວຊານກ່ຽວກັບການກູ້ຊ່ວຍໄພພິບັດ. ນີ້ແມ່ນ 1 ໃນຈຳນວນ 5 ກຸ່ມຜູ້ຊ່ຽວຊານຮ່ວມມືລະຫວ່າງບັນດາປະເທດເປີດກ້ວາງ ກັບບັນດາປະເທດອາຊຽນ. ບັນດາໝາກຜົນທີ່ບັນລຸໄດ້ ເຮັດໃຫ້ກຸ່ມຜູ້ຊ່ຽວຊານອື່ນໆຖືວ່າ ຕ້ອງຮ່ຳຮຽນ ທັງກ່ຽວກັບລະດັບຄວາມໄວກໍຄືຄວາມຮັບຜິດຊອບດ້ານເນື້ອໃນ“.