ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫງວຽນຈີວີ້ງ
ກ່າວຄຳເຫັນທີ່ກອງປະຊຸມ
ພາບ:baogiaothong
|
(vovworld)- ກອງປະຊຸມ Shangri La ຄັ້ງທີ 15 ຈັດຂຶ້ນຢູ່ ສິງກະໂປ ຫາກໍອັດລົງ ດ້ວຍວາລະປະຊຸມຄົບຄະນະສຸດທ້າຍ ມີຫົວຂໍ້ວ່າ: “ເດີນຕາມຄາດໝາຍຄວາມໝັ້ນຄົງລວມ”. ກ່ອນຫນ້ານັ້ນ, ວາລະປຶກສາຫາລື ກ່ຽວກັບ ຫົວຂໍ້ “ບັນດາສິ່ງທ້າທາຍໃນການແກ້ໄຂການປະທະກັນ” ໄດ້ດຶງດູດຄວາມສົນໃຈພິເສດຈາກວົງການນັກຂ່າວ ດ້ວຍການປຶກສາຫາລືລະຫວ່າງບັນດານັກປະຖະກະຖາ ນັ້ນແມ່ນ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Jean Yves Le Drian, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຫງວຽນຈີວີ້ງ ແລະ ຮອງຫົວຫນ້າເສນາທິການໃຫຍ່ ກອງເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນຈີນ ຊວນຈຽນກົ້ວ ກັບບັນດານັກຮຽນຮູ້ພາຍໃນພາກພື້ນ ແລະ ໂລກ.
ໃນບົດກ່າວປາໄສຂອງຕົນທີ່ກອງປະຊຸມ Shangri La ຄັ້ງນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫງວຽນຈີວີ້ງ ໄດ້ຕີລາຄາສະພາບການຄວາມສະຫງົບປອດໄພຂອງພາກພື້ນຍັງຊ້ອນແຝງຫລາຍປັດໄຈສັບສົນ, ຄວນໄດ້ຮັບການຄາດຄະເນ, ສະກັດກັ້ນ ແລະ ແກ້ໄຂຢ່າງທັນການ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງລັດຖະມົນຕີ ຫງວຽນຈີວີ້ງ ເນັ້ນຫນັກວ່າ: “ຫວຽດນາມ ມີແຜນນະໂຍບາຍເດັດດ່ຽວ, ຢືດໝັ້ນຕໍ່ສູ້ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ປ້ອງກັນຄວາມສະຫງົບ, ຄວາມປອດໄພການເດີນທະເລ, ການບິນ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ. ໃນຂະນະນັ້ນ ຍັງຄົງສືບຕໍ່ເພີ່ມທະວີການຮ່ວມມືກັບຈີນ ແລະ ບັນດາປະເທດກ່ຽວຂ້ອງເພື່ອສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຊອກຫາບັນດາຈຸດລວມໃນຜົນປະໂຫຍດຍຸດທະສາດ ພ້ອມທັງຕໍ່ສູ້ຢ່າງກົງໄປກົງມາບົນຈິດໃຈສ້າງສັນ.”
ໃນຂະນະນັ້ນ ຫົວຫນ້າຄະນະຜູ້ແທນຈີນ, ພົນເອກ ຊວນຈຽນກົ້ວ ໃຫ້ຮູ້ວ່າ: ຈີນ ພວມຊອກຫາຄວາມເຂົ້າໃຈ ແລະ ປະນິປະນອມເຊິ່ງກັນ ແລະກັນ ໃນການຂັດແຍ້ງກັບບັນດາປະເທດ ລວມມີ ການຂັດແຍ້ງຢູ່ທະເລຕາເວັນອອກ.
ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ຝລັ່ງ Jean Yves Le Drian ໄດ້ເນັ້ນຫນັກວ່າ ສິ່ງສຳຄັນທີ່ສຸດໃນການແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ ນັ້ນແມ່ນຕ້ອງສ້າງປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).