ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ: internet
|
(vovworld) - ແຕ່ວັນທີ 14 - 16/5, ກອງປະຊຸມປະຈຳປີຄັ້ງທີ 18 ເວທີປາໄສເອເລັກໂຕນິກໂລກ (WEF) ຊື່ງຈັດຂຶ້ນຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງບັນດາສະຫະສະມາຄົມຂະແຫນງສິນຄ້າທີ່ມາຈາກບັນດາປະເທດມີພື້ນຖານອຸດສາຫະກຳໄຟຟ້າ, ເອເລັກໂຕນິກພັດທະນາກວ່າໝູ່ຢູ່ໃນໂລກຄື: ອາເມລິກາ, ອິນເດຍ, ຍີ່ປຸ່ນ, ສເກົາຫລີ, ຈີນ, ອິດສະຣາແອນ. ກ່າວຄຳເຫັນໄຂເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນໄດ້ເນັ້ນຫນັກວ່າ: ເລື່ອງ WEF 18 ໄດ້ຮັບການຈັດຕັ້ງຂຶ້ນຢູ່ ຫວຽດນາມ ແມ່ນກາລະໂອກາດສະດວກເພື່ອໃຫ້ວິສາຫະກິດເອເລັກໂຕນິກຫວຽດນາມ ກຳໄດ້ຂໍ້ມູນຂ່າວສານ, ເພີ່ມທະວີການເຊື່ອມຈອດ ແລະ ເປີດກວ້າງການຮ່ວມມືກັບວິສາຫະກິດເອເລັກໂຕນິກຊັ້ນນຳຂອງໂລກ. ຄຽງຄູ່ກັນນັ້ນ ຍັງຊ່ວຍຫວຽດນາມ ຮຳ່ຮຽນເອົາບົດຮຽນ ແລະ ກະກຽມບັນດາເງື່ອນໄຂດີກ່ຽວກັບພື້ນຖານໂຄງລ່າງ, ນະໂຍບາຍຫນູນຊ່ວຍ ແລະ ແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອດຶງດູດການລົງທຶນຕ່າງປະເທດເຂົ້າຂົງເຂດພັດທະນາເອເລັກໂຕນິກ, ວິທະຍາສາດເທັກໂນໂລຊີສູງຂອງຫວຽດນາມ. ຫວຽດນາມ ປາດຖະຫນາຢາກຮ່ວມມືກັບບັນດາປະເທດຊື່ງແມ່ນຄູ່ຮ່ວມມືຍຸດທະສາດ, ບັນດາປະເທດພັດທະນາກ່ຽວກັບດ້ານສຶກສາ ແລະ ວິທະຍາສາດເຕັກໂນໂລຊີ, ມີການພົວພັນມິດຕະພາບກັບຫວຽດນາມ ຄື: ເຢຍລະມັນ, ອາເມລິກາ, ສເກົາຫລີ ແລະ ຍີ່ປຸ່ນ ເພື່ອຍົກສູງຄຸນນະພາບການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດເຕັກໂລໂລຊີສູງ, ເອເລັກໂຕນິກ ຕອບສະຫນອງຄວາມຕ້ອງການແກ່ການພັດທະນາ. ລັດຖະບານຫວຽດນາມ ໝັ້ນໝາຍຈະຫນູນຊ່ວຍບັນດາປະເທດມີຄວາມປາດຖະຫນາຢາກລົງທຶນເຂົ້າຂົງເຂດນີ້ຢູ່ຫວຽດນາມ ຢ່າງແຂງແຮງ.