ອັດເວທີປາໄສປັນຍາຊົນຫນຸ່ມ ຫວຽດນາມ ໃນທົ່ວໂລກຄັ້ງທີ VI
(VOVWORLD) -ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ເວທີປາໄສປັນຊາຊົນຫນຸ່ມ ຫວຽດນາມ ໃນທ່ົວໂລກ ຄັ້ງທີ VI ປີ 2025 ໄດ້ອັດລົງໃນຕອນບ່າຍວັນທີ 20 ກໍລະກົດ ຢູ່ ຮ່າໂນ້ຍ.
ເປີດຕົວ ຄະນະປະທານເຄືອຂ່າຍປັນຊາຊົນຫນຸ່ມຫວຽດນາມ ໃນທົ່ວໂລກ. (ພາບ:tienphong.vn) |
ດ້ວຍຫົວຂໍ້ “ປັນຍາຊົນຫນຸ່ມ ຫວຽດນາມ ໃນທົ່ວໂລກ ປະກອບກຳລັງເຫື່ອແຮງພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່”, ທີ່ເວທີປາໄສ ບັນດາຜູ້ແທນໄດ້ຍົກອອກມາດຕະການ ແລະ ຂໍ້ສະເຫນີ ຢູ່ 4 ໝວດຂົງເຂດຕົ້ນຕໍຄື: ການໝູນໃຊ້ປັນຍາປະດິດ AI ແລະ ບັນດາເຕັກໂນໂລຊີໃຫມ່ ເພື່ອຍົກສູງສະມັດຕະພາບແຮງງານ; Startup ນະວັດຕະກຳຕິດພັນກັບເສດຖະກິດສີຂຽວ ແລະ ພັດທະນາແບບຍືນຍົງ; ຮັບມືກັບບັນດາສິ່ງທ້າທາຍຂອງຍຸກປ່ຽນແປງຂອງດິນຟ້າອາກາດ; ພັດທະນາພື້ນຖານວັດທະນະທຳ, ການສຶກສາໃນສັງກາດໃຫມ່. ບັນດາຜູ້ແທນກໍ່ສະເຫນີຮູບແບບເຕີບໂຕ ຕິດພັນກັບການສ້າງໂຄງປະກອບເສດຖະກິດຄືນໃຫມ່, ຊຸກຍູ້ການເຕີບໂຕສີຂຽວ, ຍືນຍົງ, ເສີມຂະຫຍາຍບົດບາດຂອງປັນຍາຊົນຫນຸ່ມໃນການກໍ່ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວຫນ້າເຂັ້ມຂົ້ນໄປດ້ວຍສີສັນຊາດ, ເປັນເຈົ້າການຕັ້ງຫນ້າເຊ່ືອມໂຍງເຂົ້າກັບສາກົນ.
ກ່າວຄຳເຫັນທີ່ພິທີອັດ, ທ່ານເລຂາສູນກາງຊາວຫນຸ່ມ, ປະທານ ສະຫະພັນຊາວຫນຸ່ມ ຫວຽດນາມ ຫງວຽນເຕື່ອງເລີມ ເນັ້ນຫນັກວ່າ: ເວທີປາໄສປັນຊາຊົນຫນຸ່ມໃນທົ່ວໂລກຄັ້ງທີ 6 ບໍ່ພຽງແຕ່ເຕົ້າໂຮມພູມປັນຍາ ຫາກຍັງເຕົ້າໂຮມຈິດໃຈຮັກຊາດ, ຈິດໃຈຄວາມຮັບຜິດຊອບ ແລະ ຄວາມຄາດຫວັງອຸທິດສ່ວນຂອງບັນດາເພື່ອນຫນຸ່ມ ຫວຽດນາມ ຢູ່ໃນທົ່ວ 5 ທະວີບ. ທີ່ວາລະປຶກສາຫາລື, ບັນດາປັນຍາຊົນຫນຸ່ມ ໄດ້ແຜ່ຂະຫຍາຍຈິດໃຈພ້ອມແລ້ວທີ່ຈະອຸທິດສ່ວນ, ມີຄວາມຮັບຜິດຊອບຕໍ່ກັບບັນດາແຜນການໃຫຍ່ຂອງປະເທດຊາດ.