ອີຕາລີວິຕົກກັງວົນເມື່ອກະແສຊາວອົບພະຍົບສືບຕໍ່ເພີ່ມຂຶ້ນ

ອີຕາລີວິຕົກກັງວົນເມື່ອກະແສຊາວອົບພະຍົບສືບຕໍ່ເພີ່ມຂຶ້ນ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​ອີ​​ຕາ​ລີ ນັບ​ມື້​ນັບ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບກະ​ແສ​ຊາວ​ອົບ​ພະ​ຍົບ​​ເຂົ້າ​ປະ​ເທດນີ້​ດ້ວຍ​ທາງ​ທະ​ເລ​ ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ຊຸມມ​ື້​ຜ່ານ​ມາ. ພຽງ​ໃນ​ເວ​ລາ 2 ວັນກາງ​ອາ​ທິດ​ກ່ອນ, ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ແລະ ​ທະ​ຫານ​ເຮືອ​ອີ​ຕາ​ລີ ໄດ້​ກູ້​​ຊີບ​ຊາວ​ອົບ​ພະ​ຍົບ​ລວມ​ມີ 11.000 ຄົນ ຢູ່​ບັນ​ດາ​ເຮືອ​ທີ່​ເດີນ​ຈາກ​ລີ​ບີ ມຸ່ງ​ໄປ​ເຖິງ​ບັນ​ດາ​ທ່າ​ກ່ຳ​ປັ່ນ​ຂອງ​ອີ​ຕາ​ລີ. ໄລ່​ຮອ​ດ​ຕົ້ນ​ປີ​ມາ​ຮອດ​ຕົ້ນ​ເດືອນ 10 ນີ້, ຈຳ​ນວນ​ຊາວ​ອົບ​ພະ​ຍົບ​​ເຂົ້າ​ອີ​ຕາ​ລີ ດ້ວຍ​ທາງ​ທະ​ເລ​ແມ່ນກວ່າ 140.000 ຄົນ, ສູງກວ່າ​ທົບ 5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັບ​ຂອງ​ປີ 2015. ​ຈຳ​ນວນ​ຊາວ​ອົບ​ພະ​ຍົບ​​ເຂົ້າ​ອີ​ຕາ​ລີ ໃນ​ປີ 2016 ອາດ​ຈະ​ສູ​ງກວ່າ​ປີ 2015 ແລະ ບັນ​ລຸ​​ຕົວ​ເລກ​ສະ​ຖິ​ຕິ​ແມ່ນ 170.000 ຄົນ​ຄື​ປີ 2014.

ຂ່າວ/ບົດ​ອື່ນ