ອິນເດຍ ສະເຫຼີມສະຫຼອງວັນ Republich Day ຄົບຮອບ 70 ປີ

(VOVWORLD) -ນີ້ແມ່ນເຫດການລະດັບຊາດທີ່ສໍາຄັນຂອງ ອິນເດຍໃນປີນີ້ ແລະ ກໍແມ່ນໂອກາດເພື່ອໃຫ້ New Delhi ສະແດງກໍາລັງແຮງດ້ານການທະຫານ ກໍຄືພື້ນຖານສີສັນວັດທະນະທໍາທີ່ຫຼາກຫຼາຍຂອງຕົນ.

ວັນທີ 26 ມັງກອນ, ອິນເດຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນ Republich Day ຄົບຮອບ 70 ປີ (ວັນຮັບຮອງເອົາລັດຖະທໍາມະນູນ ວັນທີ 16 ມັງກອນ 1950) ຢູ່ນະຄອນຫຼວງ New Delhi.  ຫົວຂໍ້ກວມລວມຂອງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີີນີ້ ປິນອ້ອມພິທີສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງການນໍາ Mahatma Gandhi  ຄົບຮອບ 150 ປີ ແລະ ບັນດາລາຍການຂອງລັດແຫ່ງຕ່າງໆ ເພື່ອສະແດງໃຫ້ເຫັນວິວັດການຕໍ່ສູ້ເພື່ອພື້ນຖານເອກະລາດ, ເສລີພາບ.  ເຂົ້າຮ່ວມພິທີດັ່ງກ່າວ ລວມມີທ່ານປະທານາທິບໍດີ ອິນເດຍ Ram Nath Kovind  ພ້ອມດ້ວຍພັນລະຍາ, ທ່ານປະທານາທິບໍດີ ອາຟີຼກາໃຕ້ Cyril Ramaphosa ແລະ ການນໍາຫຼາຍທ່ານໃນໂລກອີກດ້ວຍ. ນີ້ແມ່ນເຫດການລະດັບຊາດທີ່ສໍາຄັນຂອງ ອິນເດຍໃນປີນີ້ ແລະ ກໍແມ່ນໂອກາດເພື່ອໃຫ້ New Delhi ສະແດງກໍາລັງແຮງດ້ານການທະຫານ ກໍຄືພື້ນຖານສີສັນວັດທະນະທໍາທີ່ຫຼາກຫຼາຍຂອງຕົນ. ພິທີໄດ້ແກ່ຍາວເປັນເວລາ 90 ນາທີ ດ້ວຍການສວນສະໜາມ ແລະ 22 ລາຍການອື່ນຂອງລັດແຫ່ງຕ່າງໆ ແລະ ລັດຖະບານ ກໍຄືບັນດາລາຍການສະແດງສິລະປະວັນນະຄະດີທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນແຫ່ງຕ່າງໆຂອງ ອິນເດຍ.


ຕອບກັບ

ຂ່າວ/ບົດ​ອື່ນ