ອິນໂດເນເຊຍ ມີແຜນການ ຍ້າຍນະຄອນຫຼວງ ອອກຈາກ Jakarta

(VOVWORLD) -ຮອດປີ 2050, ສ່ວນໃຫຍ່ນະຄອນນີ້ ອາດຈະຖືກຈົມໃຕ້ນໍ້າຢ່າງສິ້ນເຊີງ. 

ອິນໂດເນເຊຍ ມີແຜນການຍ້າຍ ນະຄອນຫຼວງ ອອກຈາກ Jakarta, ເຖິງຢ່່າງໃດກໍຕາມ ກໍ່ບໍ່ໄດ້ບອກໃຫ້ຮູ້ສະຖານທີ່ລະອຽດ. ນີ້ແມ່ນການຕັດສິນອັນສໍາຄັນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Widodo ພາຍຫຼັງການປ່ອນບັດເລືອກຕັ້ງ. ເຖິງຢ່າງໃດກໍຕາມ ສື່ມວນຊົນ ປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ ໜຶ່ງໃນບັນດາສະຖານທີ່ສະເໜີແຖວໜ້າ ແມ່ນ Palangkaraya ເຊິ່ງເປັນນະຄອນຕັ້ງຢູ່ໃນເກາະ Borneo ເຂດໃຈກາງຂອງ ອິນໂດເນເຊຍ.

ອິນໂດເນເຊຍ ໄດ້ຍົກອອກແນວຄວາມຄິດ ຍ້າຍນະຄອນຫຼວງ ມາເປັນຫຼາຍຄັ້ງແລ້ວ ນັບແຕ່ເມື່ອປະເທດຍາດໄດ້ເອກະລາດໃນປີ 1945. ປີ 2016, ຜົນຂອງການສໍາຫຼວດໃຫ້ຮູ້ວ່າ ນະຄອນຫຼວງ Jakarta ຕ້ອງປະເຊີນໜ້າກັບບັນຫາລົດຕິດຢ່າງຮ້າຍແຮງທີ່ສຸດໃນໂລກ. ບັນດານັກຄົ້ນຄວ້າໃຫ້ຮູ້ວ່າ ຮອດປີ 2050, ສ່ວນໃຫຍ່ນະຄອນນີ້ ອາດຈະຖືກຈົມໃຕ້ນໍ້າຢ່າງສິ້ນເຊີງ.  ສາເຫດຕົ້ນຕໍຂອງບັນຫານີ້ ແມ່ນຍ້ອນການເຄື່ອນໄຫວຂຸດຄົ້ນນໍ້າບາດານ ຮັບໃຊ້ ຊີວິດປະຈໍາວັນ.


ຕອບກັບ

ຂ່າວ/ບົດ​ອື່ນ