ອີຣັກ: ການວາງລະເບີດສະຫຼະຊີບເຮັດໃຫ້ກວ່າ30ຄົນເສຍຊີວິດ

ອີຣັກ: ການວາງລະເບີດສະຫຼະຊີບເຮັດໃຫ້ກວ່າ30ຄົນເສຍຊີວິດ - ảnh 1
ການວາງລະເບີດສະຫຼະຊີບເຮັດໃຫ້ກວ່າ30ຄົນເສຍຊີວິດ
(ພາບ: THX/TTXVN)


(vovworld) –​ ​​ຢ່າງໜ້ອຍ​ສຸດມ​ີ 31 ຄົນ​ເສຍ​ຊີ​ວິດ, ໃນ​ນັ້ນ​ມ​ີ​ສາ​ມັນ​ຊົນ 24 ຄົນ ແລະ 57 ຄົນ​ຮັບ​ບາດ​ເຈັບ ເມື່ອ​ຜູ້​ວາງ​ລະ​ເບີດ​ສະ​ຫຼະ​ຊີບໄດ້​​ວາງ​ລະ​ເບີດ​ລົດ​ໂອ​ໂຕ​​​ຂົນ​ສົ່ງ​ດິນ​ລະ​ເບີດຢູ່​ປ້ອ​ມກວດ​ກາ​​ຄວາມ​ປ​ອດ​ໄພ al – Athar ຢູ່​​ທິດ​ເໜືອ​ນະ​ຄອນ Hilla, ແຂວງ Babil, ທາງ​ພາ​ກ​ກາງ​ອີ​ຣັກ, ​ທີ່ຫາງ​ຈາກ​ນະ​ຄອນ​ແບກ​ແດດ ຂອງ​ປະ​ເທດນີ້ໄປ​ທາ​ງ​ທິດ​ໃຕ້ ​ປະ​ທານ 95 ກ.ມ. ຕາມ​ແຫຼ່ງ​ຂ່າວ​ປ້ອງ​ກັນ​ຄວາມ​ສະ​ຫງ​ົບ, ເຫດ​ບຸກ​ໂ​ຈມ​ຕີ​​ຖືກເກີດ​ຂຶ້ນ​ໃນ​ຕອນ​ທ່​ຽງ​ວັນ​ທີ 06/03. ຜູ້​ວາງ​ລະ​ເບີດ​ໄດ້​ຂັບ​ລົດ​​ໂອ​ໂຕ​​ຂົນ​ສົ່ງ​ດິນລະ​ເບີດ​ ຕຳ​ໃສ່​ກຸ່ມ​ຄົນ​ຢູ່​ປ້ອມກວດ​ກາ​ດັ່​ງ​ກ່າວ, ​ອັນ​ໄດ້​ທຳ​ລາຍ​ປ້ອມ​ປ້ອງ​ກັນ​​ດັ່ງ​ກ່າວ ເຮັດ​ໃຫ້ລົດ​ໂອ​ໂຕ 20 ຄັນ​ຖືກ​ເປ​ເພ. ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ສືບ​ຕໍ່ເພີ່ມ​ຂຶ້ນ.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້​າງ​ຊື່​ເອງ ຍ້ອມ​ຮັບ​ໄດ້​ດຳ​ເນີນ​ເຫດ​ວາງ​ລະ​ເບີດ​ດັ່ງ​ກ່າວ​ໃນ​ເວັບ​ໄຊ​ຂອງ​ສຳ​ນັກ​ຂ່າ​ວ​ສານ Amaq ເຊິ່ງ​ເຄີຍ​ສະ​ໜັບ​ສະ​ໜູນ IS.

ຂ່າວ/ບົດ​ອື່ນ