ອີຣັກ ແລະ ຕວກກີ ໝັ້ນໝາຍຮ່ວມມືຕ້ານ IS

   ອີຣັກ ແລະ ຕວກກີ ໝັ້ນໝາຍຮ່ວມມືຕ້ານ IS - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ Haidar al – Abadi ແລະ
ຄູ່​ຕຳ​ແໜ່ງ​ຕວກ​ກີທ່ານ Ahmet Davutoglu

(vovworld)- ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ກັບ​ຄູ່​ຕຳ​ແໜ່ງ​ຕວກ​ກີທ່ານ Ahmet Davutoglu ຢູ່​ທີ່​ນະ​ຄອນຫຼວງ​ຂອງ​ປະ​ເທດນີ້ ເມື່ອ​ວັນ​ທີ 25/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ Haidar al – Abadi ຊີ້​ແຈ້ງວ່າ : ອີ​ຣັກ ແລະ ຕວກ​ກີ​ໄດ້​ໝັ້ນ​ໝາຍ​ຮ່ວມ​ມື​ຕ້ານ​ກຳ​ລັງ​ກະ​ບົດ “ລັດ​ອິດ​ສະ​ລາມ​ໂດຍ​ຂະ​ໜານ​ນາມ​ເອງ IS, ພ້ອມ​ທັງ​ຢືນ​ຢັນ​ວ່າ “ລັດ​ອິດ​ສະ​ລາມ​ໂດຍ​ຂະ​ໜານ​ນາມ​ເອງ IS ” ບໍ່​ພຽງ​ແຕ່​ແມ່ນ​ໄພ​ນາບ​ຂູ່​ຂອງ​ອີ​ຣັກ ແລະ ຕວກ​ກີ​ເທົ່າ​ນັ້ນ, ຫາກຍ​ັງ​ຂອງ​ທັງ​ພາກ​ພື້ນ​ອີກ​ດ້ວຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ Haidar al – Abadi ຍັງ​ໃຫ້​ຮູ້​ວ່າ ພວມ​ຄ່ອຍຖ້າ​ຕວກ​ກີ ແບ່ງ​ປັນ​ກັບ​ອີ​ຣັກ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ​ສືບ​ລາ​ຊະ​ການ​ລັບ, ຝຶກ​ຊ້ອມ​ທະ​ຫານ ແລະ ສະ​ໜອງ​ອາ​ວຸດ.

  ສ່ວນທ່ານ Ahmet Davutoglu ຢືນ​ຢັນ​ວ່າ ຕວກ​ກີ​ພ້ອມ​ແລ້ວ​ທີ່​ຈະ​ພິ​ຈາ​ລະ​ນາບໍ່​ວ່າ​ຂໍ້​ລິ​ເລີ່ມ​ໃດໆ ທີ່​ແນ​ໃສ່​ເພີ່ມ​ທະ​ວີ​ການ​ໜູ​ນ​ຊ່ວຍ​ແບກ​ແດດ, ໃນ​ນັ້ນ​ມີ​ການ​ຝຶກ​ຊ້ອມ​ກຳ​ລັງຊາວເຄີດ​ເພື່ອ​ຕ້ານ“ລັດ​ອິດ​ສະ​ລາມ​ໂດຍ​ຂະ​ໜານ​ນາມ​ເອງ IS ”. 

ຂ່າວ/ບົດ​ອື່ນ