ໂຮງງານ ນິວເຄຼຍ Arak
ພາບ:AFP/TTXVN
|
(vovworld)- ວັນທີ 18/11, ອີຣານ ໄດ້ປະຕິເສດຄຳກ່າວຫາປະເທດນີ້ ລະເມີດຂໍ້ຕົກລົງນິວເຄຼຍ ກັບບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ ແລະ ຢືນຢັນ: ເຕເຮຣານ ຍັງຄົງເຄົາລົບຄຳໝັ້ນສັນຍາຄວບຄຸມລະດັບກຳນົດສະສົມວັດຖຸດິບ. ກ່ອນຫນ້ານັ້ນ, ໃນບົດລາຍງານຂອງອົງການພະລັງງານປະລະມານູສາກົນ IAEA ໃຫ້ຮູ້ວ່າ: ອີຣານ ໄດ້ລື່ນກາຍລະດັບກຳນົດສະສົມວັດຖຸດິບ ຊື່ງໄດ້ຮັບການກຳນົດໃນຂໍ້ຕົກລົງນິວເຄຼຍກັບກຸຸ່ມ P5+1 ຊື່ງມີຜົນສັກສິດນັບແຕ່ເດືອນ 1/2016 ເປັນຕົ້ນໄປ. ແລະ ບັນດາປະເທດໃນກຸ່ມ P5+1 ສະແດງຄວາມເສຍຫວັງກ່ຽວກັບເລື່ອງ ອີຣານ ລະເມີດຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ.