ອີຣານ ກ່າວເຕືອນຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງ ຖ້າຫາກ ອາເມລິກາ ບຸກໂຈມຕີເຂົ້າພາກພື້ນນີ້

(VOVWORLD) -   ວັນທີ 22 ມິຖຸນາ, ອີຣານ ກ່າວເຕືອນ ອາເມລິກາ ວ່າ ຖ້າຫາກມີບໍ່ວ່າການກະທໍາເກາະຜິດໃດ ທີ່ເລັ່ງໃສ່ປະເທດສາທາລະນະລັດອິດສະລາມນີ້ ລ້ວນແຕ່ສ້າງຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງ ສໍາລັບຜົນປະໂຫຍດຂອງ ອາເມລິກາ ຢູ່ ພາກພື້ນຕາເວັນອອກກາງນີ້.

        ໂຄສົກກົມເສນາທິການບັນດາກໍາລັງປະກອບອາວຸດ ອີຣານ, ທ່ານນາຍພົນຈັດຕະວາ Abolfazl Shekarchi ເນັ້ນໜັກວ່າ ເມື່ອ ອາເມລິກາ “ຍິງລູກປຶນໃສ່ ອີຣານ ກໍແມ່ນຍິງໃສ່ຜົນປະໂຫຍດຂອງປະເທດ ອາເມລິກາ ແລະ ບັນດາສໍາພັນທະມິດເອງ” ແລະ ໃນຂະນະນັ້ນ ບັນດາຈຸດທີ່ມີຜົນປະໂຫຍດຂອງ ອາເມລິກາ ຢູ່ ພາກພື້ນນີ້ ຈະຖືກ “ເຜົາໄໝ້”.

        ແລະກໍໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຈະຈັດວາງຄໍາສັ່ງລົງໂທດເພີ່ມເຕີມສໍາລັບ ອີຣານ ເພື່ອແນໃສ່ສະກັດກັ້ນ ເຕເຮຣານ ຖືກໍາມະສິດບັນດາອາວຸດນິວເຄຼຍ. ໄປຄຽງຄູ່ກັນນັ້ນ, ທ່ານ Donald Trump ກໍກ່າວວ່າ ການເຄື່ອນໄຫວການທະຫານ ອາດຈະເກີດຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ