ອະນຸກຳມະການເສດຖະກິດ-ສັງຄົມເຮັດວຽກກັບບັນດາທ້ອງຖິ່ນທາງພາກໃຕ້ຫວຽດນາມ

(VOVWORLD) -ນີ້ແມ່ນບັນດາເອກະສານສຳຄັນເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.

ອະນຸກຳມະການເສດຖະກິດ-ສັງຄົມເຮັດວຽກກັບບັນດາທ້ອງຖິ່ນທາງພາກໃຕ້ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວຄຳເຫັນທີ່ການເຮັດວຽກ

(ພາບ: VGP)

ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ນະຄອນໂຮ່ຈິມິນ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າອະນຸກຳມະການເສດຖະກິດ - ສັງຄົມ ກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ອະນຸກຳມະການເສດຖະກິດ - ສັງຄົມ ໄດ້ມີການເຮັດວຽກກັບການນຳນະຄອນໂຮ່ຈິມິນ ແລະ ບາງທ້ອງຖິ່ນໃນເຂດເສດຖະກິດຈຸດສຸມທາງພາກໃຕ້ຫວຽດນາມ. ການເຮັດວຽກຄັ້ງນີ້ແມ່ນເພື່ອແນໃສ່ຮັບຟັງບັນດາທ້ອງຖິ່ນລາຍງາຍການສັງລວມສະພາບການຂອງການປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມຂອງຍຸດທະສາດໄລຍະ 10 ປີແຕ່ປີ 2011 – 2020, ແຜນການໄລຍະ 5 ປີແຕ່ປີ 2016 – 2020; ບັນດາບົດຮຽນ, ຂໍ້ສະເໜີແນະເພື່ອສ້າງຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີແຕ່ 2021 – 2030, ແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີແຕ່ປີ 2021 – 2025.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ນີ້ແມ່ນບັນດາເອກະສານສຳຄັນເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ສະນັ້ນ, ຄວາມຮຽກຮ້ອງທີ່ໄດ້ວາງອອກແມ່ນ ຕ້ອງສືບທອດ ແລະ ເສີມຂະຫຍາຍຜົນງານໄລຍະ 30 ປີແຫ່ງການປ່ຽນແປງໃໝ່; ນຳພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງກວ່າ; ຮັດແຄບຄວາມແຕກໂຕນກັນໃນການພັດທະນາກັບພາກພື້ນ ແລະ ໂລກ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ເຂດເສດຖະກິດຈຸດສຸມທາງພາກໃຕ້ ມີທີ່ຕັ້ງເປັນເຂດນຳໜ້າສຳຄັນສຳລັບເສດຖະກິດ, ສັງຄົມຂອງປະເທດຊາດ, ໃນນັ້ນມີບົດບາດສຳຄັນຂອງນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ