ອາຊຽນ-ຍີ່ປຸ່ນຮຽບຮຽງ ເອກະສານການຮ່ວມມື ເສດຖະກິດຍຸດທະສາດ ໄລຍະ 10 ປີໃກ້ຈະສຳເລັດ

ອາຊຽນ-ຍີ່ປຸ່ນຮຽບຮຽງ ເອກະສານການຮ່ວມມື ເສດຖະກິດຍຸດທະສາດ ໄລຍະ 10 ປີໃກ້ຈະສຳເລັດ - ảnh 1

ການ​ນຳ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະຍີ່ປຸ່ນ

(ພາບປະກອບ:vov.vn)​

( vovworld ) – ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຍີ່ປຸ່ນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ, ​ໃນ​ເດືອນ 8 ນີ້, ຈະ​ຮຽບຮຽງ​ເອກະສານກ່ຽວ​ກັບ​ຂັ້ນຕອນການ​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ໄລຍະ 10 ປີສຳ​ເລັດ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ທ່ານ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ-ຍີ່​ນປຸ່ນ ຮັບຮອງ​ເອົາ. ​ເອກະສານດັ່ງກ່າວ​ສຸມ​ໃສ່ 4 ຂົງ​ເຂດ: ​ເພີ່ມ​ທະວີ​ທຶນໝູນວຽນ ​ແລະ ສິນຄ້າ​ການ​ຄ້າ-​ການ​ລົງທຶນ​ລະຫວ່າງ​ອາ​ຊຽນ-ຍີ່ປຸ່ນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນ​ສິນຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ​ເພື່ອ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ. ຄຽງ​ຄູ່​ກັນນັ້ນ, ​ຈະເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ກະສິກຳ, ຄ້ຳປະກັນ​ສະບຽງ​ອາຫານ….​ຫລຸດຜ່ອນ​ການຜິດ​ໂຕນ​ການ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ສະມາ​ຊິກອາ​ຊຽນ, ປັບປຸງ​ຄຸນ​ນະພາ​ບຊີວິດ ​ແລະ ການ​ເຕີບ​ໂຕ​ເສດຖະກິດ. ຂັ້ນຕອນການ​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດອາ​ຊຽນ-ຍີ່ປຸ່ນ ​ໄດ້​ແບ່ງ​ເປັນ 2 ​ໄລຍະ​ຄື: 2012-2016 ​ແລະ 2017-2020, ນີ້​ຈະ​ແມ່ນ​ກົນ​ໄກ​ສຳຄັນ, ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພັດທະນາ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ອາ​ຊຽນ-ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ