(vovworld) - ໃນລະຫວ່າງ ວັນທີ 25 – 27/7, ຢູ່ນະຄອນ ຮ້າລອງ ແຂວງ ກວາງນິນ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະເລຂາອາຊຽນ ຈັດຕັ້ງກອງປະຊຸມກຸ່ມປະຕິບັດງານ ອາຊຽນ ກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳ ຄັ້ງທີ 12. ເນື້ອໃນການປຶກສາຫາລື ໄດ້ເຕື້ອງເຖິງການປະຕິບັດແຜນການຍຸດທະສາດດຳເນີນງານ ອາຊຽນ ກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳ. ນີ້ແມ່ນໜຶ່ງ ໃນບັນດາເນື້ອໃນຕົ້ນຕໍດ້ວຍການເຄື່ອນໄຫວຫຼາຍທີ່ສຳຄັນຢ່າງຄື: ອອກແບບລະບົບລາຍງານ ແລະ ຄຸ້ມຄອງຂໍ້ມູນກ່ຽວກັບນ້ຳ ອາຊຽນ, ຕີລາຄາບັນດາຄວາມສ່ຽງ ແລະ ຜົນສະທ້ອນຈາກປະກົດການດິນຟ້າອາກາດບໍ່ດີຢູ່ບັນດາປະເທດ ອາຊຽນ, ບັນດາລະບົບແມ່ນ້ຳ ຫຼື ບັນດາການເຄື່ອນໄຫວເພື່ອແນໃສ່ຍົກສູງສະຕິ, ຄວາມຮູ້ ແລະ ການເຂົ້າຮ່ວມຂອງວົງຄະນະຍາດໃນໄລຍະຍາວເຂົ້າໃນການຄຸ້ມຄອງຊັບພະຍາກອນນ້ຳສັງລວມ.