ອາຊຽນ ອອກຖະແຫຼງການຮ່ວມວ່າດ້ວຍການຕ້ານຄ້າມະນຸດ ແລະ ຊຸກຍູ້ການຊຳລະດ້ວຍສະກຸນເງິນບັນດາປະເທດໃນອາຊຽນ

(VOVWORLD) - ຖະແຫຼງການໄດ້ຍົກອອກບັນດາການກຳນົດທິດແຫ່ງການຮ່ວມມື ແລະ ສົມທົບໃນມານະພະຍາຍາມຕ້ານສະພາບການຄ້າມະນຸດໂດຍນຳໃຊ້ເຕັກໂນໂລຊີກໍ່ຂຶ້ນ ຜ່ານບັນດາກົນໄກພາກພື້ນ

ວັນທີ 10 ພຶດສະພາ, ການນຳບັນດາປະເທດ ອາຊຽນ ໄດ້ໂຮມປະຊຸມຢູ່ Labuan Bajo (ປະເທດ ອິນໂດເນເຊຍ) ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນມີຖະແຫຼງການຮ່ວມວ່າດ້ວຍການຕ້ານຄ້າມະນຸດຍ້ອນນຳໃຊ້ເຕັກໂນໂລຊີ ແລະ ຊຸກຍູ້ການພົວພັນຊີື້ຂາຍໂດຍນຳໃຊ້ສະກຸນເງິນບັນດາປະເທດໃນອາຊຽນ (LCS).

        ຖະແຫຼງການໄດ້ຍົກອອກບັນດາການກຳນົດທິດແຫ່ງການຮ່ວມມື ແລະ ສົມທົບໃນມານະພະຍາຍາມຕ້ານສະພາບການຄ້າມະນຸດໂດຍນຳໃຊ້ເຕັກໂນໂລຊີກໍ່ຂຶ້ນ ຜ່ານບັນດາກົນໄກພາກພື້ນ ແລະ ຂໍ້ລິເລີ່ມຂອງ ອາຊຽນ, ເຊິ່ງລວມມີການເພີ່ມທະວີກຳລັງຄວາມສາມາດປະຕິບັດກົດໝາຍ ແລະ ບັນດາລະບອບລະບຽບການທີ່ກ່ຽວຂ້ອງຂອງບັນດາປະເທດສະມາຊິກ.

        ບັນດາປະເທດ ອາຊຽນ ກໍ່ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຊື່ອມຕໍ່ຊຳລະຢູ່ພາກພື້ນ ດ້ວຍການນຳໃຊ້ບັນດາກາລະໂອກາດປ່ຽນແປງໃໝ່ ແລະ ເຕັກໂນໂລຊີ, ສ້າງເງື່ອນໄຂໃຫ້ແກ່ການຊຳລະຂ້າມຊາດແບບສະດວກ, ປອດໄພ, ຄິດໄລ່ເຖິງເງື່ອນໄຂ, ສະພາບການຂອງແຕ່ລະປະເທດ. ບັນດາປະເທດ ອາຊຽນ ໄດ້ສົ່ງເສີມການນຳໃຊ້ສະກຸນເງິນບັນດາປະເທດໃນອາຊຽນ ຕໍ່ບັນດາການພົວພັນຊື້ຂາຍຂ້າມຊາດໃນພາກພື້ນ ແລະ ໜູນຊ່ວຍການສ້າງກຳລັງພິເສດ ເພື່ອພັດທະນາກອບພົວພັນຊື້ຂາຍດ້ວຍສະກຸນເງິນຂອງກຸ່ມ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ