ອາຊຽນ ເປັນເອກະພາບ ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການຕຸລາການ

ອາຊຽນ ເປັນເອກະພາບ ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການຕຸລາການ - ảnh 1
(ພາບປະກອບ)

(vovworld) - ​​ທີ່​ວາລະ​ປະຊຸມ​ຂອງ​ປະທານ​ສານ​ບັນດາ​ປະ​ເທດ​ອາ​ຊຽນ ​ເຊິ່ງຫາ​ກໍ່​ດຳ​ເນີນ​ໄປ​ຢູ່​ປະ​ເທດ​ສິງກະ​ໂປ, ບັນດາ​ປະທານ​ສານ ​ເປັນ​ເອກະ​ພາບ​ນຳ​ກັນຈະ​ເພີ່ມ​ທະວີ​ການ​ພົວພັນ​ອັນ​ສະໜິດ​ແໜ້ນ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ອົງການ​ຕຸ​ລາ​ການ​ຂອງ​ອາ​ຊຽນ. ວາລະ​ປະຊຸມ​​ທຳ​ອິດ​ຂອງ​ບັນດາ​ປະທານ​ສານ ​ຖືກຈັດ​ຕັ້ງ​ຢູ່​ນອກ​ກອງ​ປະຊຸມ​ຄັ້ງ​ທີ 35 ຂອງສະຫະ​ປະຊາ​ຄົມ​ກົດໝາຍ​ບັນດາ​ປະ​ເທດ​ອາ​ຊຽນ (ALA) ​ເຊິ່ງດຳ​ເນີນ​ໄປ​ຢູ່​ສິງກະ​​ໂປ​ໃນ​ລະຫວ່າງ​ວັນ​ທີ 23 – 25 ສິງຫາ, ດ້ວຍ​ການ​ເຂົ​້າຮ່ວມ​ຂອງ​ຜູ້​ແທນທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ. ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຂອງປະທານ​ສານ ມີ​ທ່ານ ​ເຈີ​ນວັນ​ກໍ່, ປະທານ​ສານ, ອຸທອນສານ​ປະຊາຊົນ​ສູງ​ສຸດ​ຢູ່​ນະຄອນ​ໂຮ່ຈິ​ມິ​ນ ​ແລະ ທ່ານ ​ເຈີ​ນດ້າຍ​ຮີ່ງ, ປະທານ ALA ຂອງ​ຫວຽດນາມ​.
ຂ່າວ/ບົດ​ອື່ນ