ອາຣັບບີຊາອຸດີກ່າວເຕືອນນະໂຍບາຍຂອງອິດສະຣາແອນທຳລາຍການເຈລະຈາກັບປາແລດສະຕີນ

ອາຣັບບີຊາອຸດີກ່າວເຕືອນນະໂຍບາຍຂອງອິດສະຣາແອນທຳລາຍການເຈລະຈາກັບປາແລດສະຕີນ - ảnh 1
ທ່ານ Saud al-Faisal ລັດຖະມົນຕີ​ການ​ຕ່າງປະ​ເທດ ອາຣັບບີ ຊາ​ອຸ​ດີ
(photo: Reuters)


 (vovworld)-  ວັນ​ທີ 8/1, ທ່ານ Saud al Faisal, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາຣັບບີ ຊາ​ອຸ​ດີ ກ່າວ​ເຕືອນ​ວ່າ: ບັນດາ​ນະ​ໂຍບາຍ​ຂອງ ອິດສະຣາ​ແອນ ກ່ຽວ​ກັບ​ບັນດາ​ເຂດ​​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ ​ແລະ Jerusalem ອາດ​ຈະ​ທຳລາຍ​ບັນດາ​ການ​ເຈລະຈາ​ສັນຕິພາບ​ກັບ ປາ​ແລດສະຕີ​ນ ພ້ອມ​ທັງ​ຊີ້​ແຈ້ງວ່າ ຜົນສຳ​ເລັດ​ຂອງ​ບັນດາ​ການ​ເຈລະຈາ“ອີງ​ໃສ່ຄວາມ​ເປັນ​ເອກະພາບ​ຂອງ ອິດສະຣາ​ແອນ ກັບ​ບັນດາ​ຫລັກການ​ສັນຕິພາບ”. ສຳນັກ​ຂ່າວສານ SPA ຂອງ ອາຣັບບີ ຊາ​ອຸ​ດີ ​ໄດ້ຄັດ​ຄຳ​ເວົ້າ​ຂອງ​ທ່ານ Faisal ຢືນຢັນ​ວ່າ: ​ເລື່ອງ ອິດສະຣາ​ແອນ ສືບ​ຕໍ່​ບັນດາ​ນະ​ໂຍບາຍ​ພຽງ​ຝ່າຍ​ດຽວ ​ແລະ ​​ເກາະ​ຜິດ​ຢູ່ Jerusalem ​ແລະ ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ອາດ​ຈະ​ທຳລາຍ​ການ​ເຈລະຈາ ​ແລະ ​ກໍ່​ໃຫ້ເກີດ​ຄວາມສົງ​ໃສ​ກ່ຽວ​ກັບ​ຄວາມ​ສາມາດ​ສຳ​ເລັດ​ການ​ເຈລະຈາ​ໃນ​ໄລຍະ 9 ​ເດືອນ.

 

 

 

 


ຂ່າວ/ບົດ​ອື່ນ