ອາເມລິກາ,ຍີ່ປຸ່ນ,ສ.ເກົາຫຼີເຫັນດີຮ່ວມມືກັນເພື່ອແກ້ໄຂບັນຫາສປປ.ເກົາຫຼີ

ອາເມລິກາ,ຍີ່ປຸ່ນ,ສ.ເກົາຫຼີເຫັນດີຮ່ວມມືກັນເພື່ອແກ້ໄຂບັນຫາສປປ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) – ຢູ່​ນອກ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ, ທີ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ. ວັນ​ທີ 29/09, ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຍີ່ປຸ່ນ, ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ ​ໄດ້​ມີ​ການ​ເຈລະຈາ​​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ, ​ໃນ​ນັ້ນ​ເຫັນ​ດີ​ຮ່ວມ​ມື​ກັນຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ຂ້ອງ​ເຖິງ​ສ​ປປ.​ເກົາ​ຫຼີ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Fumio Kishida ​ໃຫ້​ຮູ້​ວ່າ, ທ່ານ​ຈະ​ພ້ອມ​ກັບທ່ານ John Kerry ​ແລະ ທ່ານ Yun Byung Se ຄູ່ຕຳ​ແໜ່​ງ​ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ​​, ຢືນຢັນຄຳ​ໝັ້ນ​ສັນຍາ​ເພື່ອ​ຮັບ​ມື​ກັບ​ບັນດາ​ການ​ກະທຳ​ເກາະ​ຜິດ​ຂອງ​ພຽງ​ຢ່າງ ຊຶ່ງ​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຄືນ​ໃໝ່. ສ່ວນ​ທ່ານ Yun Byung Se ຖື​ວ່າ, 3 ປະ​ເທດ​ຕ້ອງ​ສົ່ງ​ສານ​ຢ່າງ​ຈະ​ແຈ້ງ ​ແລະ ​ແຂງ​ກະ​ດ້າງ​​ເຖິງສປປ.​ເກົາຫຼີ ກ່ຽວ​ກັບ​ວິທີ​ສັງ​ເກດ ​ແລະ ການ​ກະທຳ​ຜິດ.

ຂ່າວ/ບົດ​ອື່ນ