ອາເມລິກາ ຈັດວາງພາສີ 35% ສຳລັບສິນຄ້າຂອງ ການາດາ ແຕ່ວັນທີ 01 ສິງຫາ
(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ, ອັດຕາພາສີດັ່ງກ່າວໄດ້ຍົກອອກມາ ເພື່ອຕອບຄືນຕໍ່ເລື່ອງ ການາດາ ມີການກະທຳໂຕ້ຕອບການຈັດວາງອັດຕາພາສີ ຍ້ອນບໍ່ສົມທົບກັນສະກັດກັ້ນ fentanyl ສົ່ງເຂົ້າ ອາເມລິກາ.
(ພາບປະກອບ: THX/TTXVN) |
ໃນແຈ້ງການອອກວັນທີ 10 ກໍລະກົດ, ໃນສື່ສັງຄົມອອນລາຍ TruthSocial, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ນັບແຕ່ວັນທີ 01 ສິງຫາ, ອາເມລິກາ ຈະຈັດວາງອັດຕາພາສີ 35% ສຳລັບສິນຄ້າທີ່ນຳເຂົ້າຈາກ ການາດາ. ສະນັ້ນ, ການາດາ ແມ່ນປະເທດຫຼ້າສຸດ ແລະ ແມ່ນປະເທດທີ 23 ທີ່ໄດ້ຮັບຈົດໝາຍແຈ້ງອັດຕາພາສີສົມທົບໃໝ່ຈາກ ອາເມລິກາ.
ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ, ອັດຕາພາສີດັ່ງກ່າວໄດ້ຍົກອອກມາ ເພື່ອຕອບຄືນຕໍ່ເລື່ອງ ການາດາ ມີການກະທຳໂຕ້ຕອບການຈັດວາງອັດຕາພາສີ ຍ້ອນບໍ່ສົມທົບກັນສະກັດກັ້ນ fentanyl ສົ່ງເຂົ້າ ອາເມລິກາ. ຕາມນັ້ນແລ້ວ, ແຕ່ວັນທີ 01 ສິງຫາ, ບັນດາປະເພດສິນຄ້າສົ່ງຜ່ານ ການາດາ ເຂົ້າ ອາເມລິກາ ຈະຕ້ອງຖືກຈັດວາງອັດຕາພາສີສູງກວ່າ. ທ່ານກໍ່ກ່າວເຕືອນວ່າ ຈະຈັດວາງອັດຕາພາສີເພີ່ມເຕີມ ຖ້າຫາກວ່າ ການາດາ ຕົກລົງເພີ່ມພາສີສຳລັບສິນຄ້າຂອງ ອາເມລິກາ.