ອາເມລິກາ, ຕວັກກີເພີ່ມທະວີກຳລັງທະຫານຢູ່ທາງທິດຕາເວັນອອກສ່ຽງເໜືອຊີຣີ

(VOVWORLD) -ອາເມລິກາ ແລະ ຕວັກກີ ໄດ້ເພີ່ມກຳລັງທະຫານໄປຍັງບັນດາຖານທີ່ໝັ້ນຂອງ 2 ປະເທດຢູ່ແຂວງ Hasakah, ທາງທິດຕາເວັນອອກສ່ຽງເໜືອຊີຣີ.
ອາເມລິກາ, ຕວັກກີເພີ່ມທະວີກຳລັງທະຫານຢູ່ທາງທິດຕາເວັນອອກສ່ຽງເໜືອຊີຣີ - ảnh 1 (ພາບປະກອບ: AFP/TTXVN)

ວັນທີ 06 ກັນຍາ, ອາເມລິກາ ແລະ ຕວັກກີ ໄດ້ເພີ່ມກຳລັງທະຫານໄປຍັງບັນດາຖານທີ່ໝັ້ນຂອງ 2 ປະເທດຢູ່ແຂວງ Hasakah, ທາງທິດຕາເວັນອອກສ່ຽງເໜືອຊີຣີ. ບັນດາກຳລັງອາເມລິກາ ໄດ້ຈັດສົ່ງກຳລັງທະຫານໜູນຊ່ວຍ ແລະ ພະລາທິການຈາກບັນດາຖານທີ່ໝັ້ນຢູ່ອີຣັກ ໄປຜ່ານດ່ານຊາຍແດນ al Walid ໄປຍັງເຂດຖານທີ່ໝັ້ນຢູ່ເຂດຊົນນະບົດທາງທິດເໜືອຂອງແຂວງ Hasakah. ກ່ອນໜ້ານັ້ນ, ວັນທີ 04 ກັນຍາ, ບັນດາກຳລັງທະຫານອາເມລິກາ ກໍ່ໄດ້ຈັດສົ່ງລົດທະຫານ 50 ຄັນຈາກອີຣັກ ໄປຍັງຊີຣີ ຜ່ານດ່ານຊາຍແດນດັ່ງກ່າວ.

          ໃນຂະນະນັ້ນ, ບັນດາກຳລັງຂອງຕວັກກີ ກໍ່ໄດ້ຜັນຂະຫຍາຍກຳລັງທະຫານໜູນຊ່ວຍຈຳນວນຫຼາຍຈາກປະເທດນີ້ຜ່ານບັນດາດ່ານຊາຍແດນ Ras al Ayn, al Sukkariyah ຢູ່ເຂດຊົນນະບົດທາງທິດເໜືອແຂວງ Hasakah ເພື່ອໄປຍັງຖານທີ່ໝັ້ນຢູ່ 3 ບ້ານຄື: Bab al Khir, Daoudia, Eineq al Hawa.

          ຊີຣີ ໄດ້ຖືບັນດາກຳລັງທະຫານຂອງອາເມລິກາ ມີໜ້າຢູ່ຊີຣີ ແມ່ນການຢຶດຄອງ, ສະນັ້ນໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນກໍ່ຄວາມກົດດັນເປັນຫຼາຍຄັ້ງເພື່ອໃຫ້ທະຫານອາເມລິກາ ຖອນຕົວອອກຈາກຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ