(vovworld) – ວັນທີ 07/03, ບັນດານັກການທູດອາເມລິກາ ແລະ ຟລັ່ງ ຢືນຢັນວ່າ, ເຂົາເຈົ້າໄດ້ເປັນເອກະພາບນຳກັບກ່ຽວກັບຍຸດທະສາດກໍ່ຄືຈຸດໝາຍໃນຄວາມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງດ້ານນິວເຄຼຍກັບອີຣານ. ກ່າວຄຳເຫັນພາຍຫຼັງການປະຊຸມຂ່າວກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຝລັ່ງ Laurent Fabius, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ໃຫ້ຮູ້ວ່າ, ນັກການທູດ 2 ທ່ານບັນລຸໄດ້ບາດກ້າວໃນບັນດາການເຈລະຈາດ້ານນິວເຄຼຍກັບອີຣານ. ແຕ່ 2 ທ່ານກໍ່ຍ້ອມຮັບວ່າ, ຍັງມີໄລຍະຫ່າງທີ່ໃຫຍ່ຫຼວງຕ້ອງຜ່ານຜ່າ ຖ້າກຸ່ມ P5+1 (ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສປຊ ແລະ ເຢຍລະມັນ) ແລະ ອີຣານຢາກບັນລຸໄດ້ຮ່າງຂໍ້ຕົກລົງກ່ອນກຳນົດສຸດທ້າຍໃນເດືອນ 03 ນີ້, ໂດຍບັນດານັກເຈລະຈາໄດ້ວາງອອກ. ທ່ານ Fabius ໃຫ້ຮູ້ຕື່ມອີກວ່າ, ໃນພາຍພາກໜ້າຍັງມີຫຼາຍບັນຫາຕ້ອງເຈລະຈານຳກັນຄືເວລາປະຕິບັດຂໍ້ຕົກລົງ ຫຼື ວິທີຕິດຕາມກວດກາການປະຕິບັດຕາມຂໍ້ຕົກລົງຂອງຝ່າຍອີຣານ.