ອາເມລິກາ: ເຈົ້າໜ້າທີ່ໄອຍະການພິເສດ Robert Mueller ຖະແຫຼງລາອອກຈາກຕຳແໜ່ງ

(VOVWORLD) -  ຕອນເຊົ້າວັນທີ 29 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານ Robert Mueller ເຈົ້າໜ້າທີ່ໄອຍະການພິເສດໄດ້ຖະແຫຼງລາອອກຈາກຕຳແໜ່ງຢູ່ກະຊວງຍຸຕິທຳ ອາເມລິກາ, ປິດປະຕູຫ້ອງການເຈົ້າໜ້າທີ່ໄອຍະການພິເສດ, ຜ່ານນັ້ນ ໄດ້ຢຸດຕິການສືບສວນກ່ຽວກັບຄວາມສົງໄສ ລັດເຊຍ ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2016

 ເຊິ່ງທ່ານ Robert Mueller ໄດ້ດຳເນີນມາເປັນເວລາ 2 ປີ ແລະ ຍົກໃຫ້ເຫັນບັນດາຂໍ້ກຳນົດຊີ້ນຳຂອງກະຊວງຍຸຕິທຳເກືອດຫ້າມເລື່ອງຜູກໂທດປະທານາທິບໍດີທີ່ພວມຮັບດຳລົງຕຳແໜ່ງ, ທ່ານ Robert Mueller ຢັ້ງຢືນວ່າ: ເລື່ອງຜູກໂທດທ່ານປະທານາທິບໍດີ ອາເມລິກາ Donald Trump “ບໍ່ແມ່ນການເລືອກເຟັ້ນຈັກເທື່ອ” ສຳລັບຖັນແຖວນັກໄອຍະການຂອງທ່ານ. ຕາມທ່ານ Robert Mueller ແລ້ວ, ຫ້ອງການເຈົ້າໜ້າທີ່ໄອຍະການພິເສດສັງກັດກະຊວງຍຸຕິທຳ ແລະ ສະນັ້ນ ຕ້ອງມີຄວາມຮັບຜິດຊອບ ກໍ່ຄືຕ້ອງປະຕິບັດຕາມຂໍ້ກຳນົດຂອງອົງການນີ້. ທ່ານ Robert Mueller ກໍ່ໃຫ້ຮູ້ວ່າ: ຈະປິດປະຕູຫ້ອງການເຈົ້າໜ້າທີ່ໄອຍະການພິເສດ ແລະ ກັບຄືນສູ່ຊີວິດສ່ວນຕົວຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ