ອາເມລິກາ ແຈ້ງວ່າ ຈະຖອນຕົວອອກຈາກສົນທິສັນຍາທ້ອງຟ້າເປີດກັບລັດເຊຍ

(VOVWORLD) -ອາເມລິກາ ໄດ້ຖະແຫຼງຖອນຕົວອອກຈາກສົນທິສັນຍາທ້ອງຟ້າເປີດກັບລັດເຊຍ ດ້ວຍເຫດຜົນທີ່ວ່າ “ລັດເຊຍ ໄດ້ລະເມີດບັນດາມາດຕາຂອງສົນທິສັນຍາຢ່າງຕໍ່ເນື່ອງ”.
ອາເມລິກາ ແຈ້ງວ່າ ຈະຖອນຕົວອອກຈາກສົນທິສັນຍາທ້ອງຟ້າເປີດກັບລັດເຊຍ - ảnh 1(ພາບປະກອບ: Getty/TTXVN)

ໜັງສືພິມ Gazeta.ru ຂອງລັດເຊຍ  ສະບັບອອກວັນທີ 21 ພຶດສະພາ, ໃຫ້ຮູ້ວ່າ, ອາເມລິກາ ໄດ້ຖະແຫຼງຖອນຕົວອອກຈາກສົນທິສັນຍາທ້ອງຟ້າເປີດກັບລັດເຊຍ ດ້ວຍເຫດຜົນທີ່ວ່າ “ລັດເຊຍ ໄດ້ລະເມີດບັນດາມາດຕາຂອງສົນທິສັນຍາຢ່າງຕໍ່ເນື່ອງ”. ບັນດາເຈົ້າໜ້າທີ່ຂັ້ນສູງຂອງທຳນຽບຂາວຖະແຫຼງວ່າ ເລື່ອງຖອນຕົວອອກຈາກສົນທິສັນຍາຢ່າງເປັນທາງການ ຈະໄດ້ປະຕິບັດພາຍຫຼັງເວລາ 6 ເດືອນ , ຕາມບັນດາມາດຕາຂອງຂໍ້ຕົກລົງນີ້.

        ສົນທິສັນຍາທ້ອງຟ້າເປີດ ໄດ້ລົງນາມເມື່ອປີ 1992 ແລະ ເລີ່ມມີຜົນສັກສິດໃນປີ 2002. ຂໍ້ຕົກລົງດັ່ງກ່າວອະນຸຍາດໃຫ້ບັນດາປະເທດເຂົ້າຮ່ວມ (34 ປະເທດ) ຮັບເອົາຂໍ້ມູນຂ່າວກ່ຽວກັບບັນດາກຳລັງປະກອບອາວຸດຂອງກັນ, ກໍຄືບັນດາການເຄື່ອນໄຫວດ້ານການທະຫານຂອງບັນດາປະເທດສະມາຊິກຢ່າງເປີດເຜີຍ.

        ວັນທີ 21 ພຶດສະພາ, ລັດເຊຍ ໄດ້ກ່າວປະນາມແຜນການຖອນຕົວອອກຈາກສົນທິສັນຍາທ້ອງຟ້າເປີດຂອງອາເມລິກາ, ຢືນຢັນວ່າ ເລື່ອງດັ່ງກ່າວຈະກໍ່ຄວາມເສຍຫາຍເຖິງຄວາມໝັ້ນຄົງຂອງເອີລົບ ແລະ ສົ່ງຜົນສະທ້ອນໂດຍກົງເຖິງຜົນປະໂຫຍດຂອງບັນດາພັນມິດຂອງອາເມລິກາ.

        ໃນປະຕິກິລິຍາຂອງຕົນ, ບັນດາເອກອັກຄະລັດຖະທູດອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) ກໍ່ຮຽກໂຮມຈັດກອງປະຊຸມດ່ວນໃນວັນທີ 22 ພຶດສະພາ ເພື່ອປຶກສາຫາລືຜົນຮ້າຍຢ້ອນຫຼັງຂອງການກະທຳດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ