ຮັບປະກັນສິດ ແລະ ຜົນປະໂຫຍດໃຫ້ແກ່ ຄົນງານອົບພະຍົບໄປ ເຮັດວຽກຢູ່ຕ່າງປະເທດ
(ບັບດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ)
(vovworld) - ເນື່ອງໃນໂອກາດວັນສາກົນກ່ຽວກັບຄົນອົບພະຍົບ (18/12), ວັນທີ 17/12, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາ “ເພີ່ມທະວີການປົກປ້ອງຄົນງານອົບພະຍົບຜ່ານກົນໄກໜູນຊ່ວຍດ້ານກົດໝາຍ - ແບ່ງປັນບົດຮຽນໃນພາກພື້ນ ແລະ ພຶດຕິກຳຕົວຈິງຢູ່ຫວຽດນາມ”. ກອງປະຊຸມສຳມະນາໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບອົງການຍົບພະຍົບສາກົນ (IOM) ປະຈຳຫວຽດນາມ ຈັດຕັ້ງ. ບັບດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ຖືວ່າ ຫວຽດນາມ ພວມມານະພະຍາຍາມຫຼາຍຢ່າງເພື່ອປົກປ້ອງຄົນງານອົບພະຍົບທີ່ເຮັດວຽກຢູ່ຕ່າງປະເທດຜ່ານບັນດານະໂຍບາຍ, ກົດໝາຍ ແລະ ໂຄງການລະອຽດ. ດ້ວຍບົດບາດຂອງຕົນ, IOM ພວມພ້ອມກັບຫວຽດນາມ ແກ້ໄຂບັນດາບັນຫາເຊິ່ງຄົນງານອົບພະຍົບພວມປະເຊີນໜ້າເມື່ອເຮັດວຽກຢູ່ຕ່າງປະເທດ. ທ່ານ G.Forister, ຫົວໜ້າຄະນະຜູ້ແທນອົງການອົບພະຍົບສາກົນປະຈຳຫວຽດນາມ ໃຫ້ຮູ້ວ່າ.
“IOM ປະຈຳຫວຽດນາມ ໜູນຊ່ວຍແກ້ໄຂບັນດາຄວາມຫຍຸ້ງຍາກຂອງຄົນງານອົບພະຍົບຜ່ານ 2 ມາດຕະການຕົ້ນຕໍ່. ທີ 1 ແມ່ນ ສະໜອງຂໍ້ມູນໃຫ້ຜູ້ໄປອົບພະຍົບເພື່ອໃຫ້ເຂົາເຈົ້າປົກປ້ອງດ້ວຍຕົນເອງ. ທີ 2 ແມ່ນວຽກງານທີ່ພວກຂ້າພະເຈົ້າໄດ້ເຮັດນັ້ນແມ່ນສົມທົບກັນເພື່ອໜູນຊ່ວຍໃຫ້ຜູ້ໄປອົບພະຍົບເມື່ອເຂົາເຈົ້າປະສົບກັບວິກິດການ ຫຼື ເຫດການຕ່າງໆ.”
ປະຈຸບັນ, ມີຄົນງານຫວຽດນາມ 500.000 ຄົນທີ່ພວມເຮັດວຽກຢູ່ກວ່າ 40 ປະເທດ ແລະ ເຂດແຄ້ວນ, ແຕ່ອາຊີ, ຕາເວັນອອກກາງ, ເອີລົບ ຕະຫຼອດຮອດ ອາຟລິກາ ແລະ ທະວີບອາເມລິກາ.