ຮອງນາຍົກລັດຖະມົນຕີຟ້າມບີ່ງມີງຕ້ອນຮັບເອກອັກຄະລັດຖະທູດລັດເຊຍແລະບຣາຊີນ

ຮອງນາຍົກລັດຖະມົນຕີຟ້າມບີ່ງມີງຕ້ອນຮັບເອກອັກຄະລັດຖະທູດລັດເຊຍແລະບຣາຊີນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຟ້າ​ມບີ່​ງມີ​ງ ຕ້ອນຮັບ
ທ່ານ​ເອກ​ອັກຄະ​ລັດຖະທູດບຣາຊີນ Marco Antonio Diniz
(ພາບ: baodientu.chinhphu.vn)


(vovworld) –  ​​ ​ ຕອນ​ບ່າຍ​ວັນ​ທີ 23/4, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ
ປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສະຫະພັນ​ ລັດ​ເຊຍ ປະຈຳ ​ຫວຽດນາມ K.Vnukov  ​ເຂົ້າ​ຢ້ຽມຄຳນັບ​ເນື່ອງ​ໃນ​ໂອກາດ​ມາ​ຫວຽດນາມ​ຮັບ​​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ບັນດາ​ບົດຮຽນ​​ໃນ​ວຽກ​ງານ​ການ​ທູດ, ທ່ານ ​ເອກ​ອັກ
ຄະ​ລັດຖະທູດ K.Vnukov  ຈະ​ສືບ​ຕໍ່​ມີ​ການ​ປະກອບສ່ວນ​ຕັ້ງໜ້າ​ຫຼາຍ​ຢ່າງ​ໃຫ້ການ​ເພີ່ມ​ທະວີ ​ແລະ ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ-​ລັດ​ເຊຍ​ ຢ່າງ​ບໍ່​ຢຸດ​ຢັ້ງ,​​ ໃນ​ນັ້ນ​ມີ​ການ​ສົມທົບ​ກັບ​ຝ່າຍ ຫວຽດນາມ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງທີ່​ບັນລຸ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

      ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ​, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງສາທາລະນະ​ລັດ​ສະຫະພັນ ບຣາຊີນ Marco Antonio Diniz  ​ເນື່ອງ​ໃນ​ໂອກາດ​ເລີ່​ມຕົ້ນ​ການ​ປະຕິບັດ​ໜ້າ​ທີ່ການ​ທູດ​ຢູ່ ​ຫວຽດນາມ. ທີ່​ການ​ຕ້ອນຮັບ,  ທ່ານ ຟ້າ​ມບີ່​ງມີ​ງ ສະ​ເໜີທ່ານ​ເອກ​ອັກຄະ​ລັດຖະທູດ Marco Antonio Diniz   ​ເອົາ​ໃຈ​ໃສ່ ​ແລະ ສົມທົບ​ກັນ​ຊຸກຍູ້ວຽກ​ງານ ​ເພື່ອ​ໃຫ້ ບຣາຊີນ ຮັບ​ຮູ້​ການ​ກຳນົດ​ດ້ານເສດຖະກິດ​ຕະຫຼາດ​ໃຫ້ຫວຽດນາມ ​ໂດຍ​ໄວ, ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ຫວຽດນາມ ກຳນົດ​ບັນດາ​ໂຄງການ​ຮ່ວມ​ມື​ທີ່ສາມາດ​ເປັນ​ໄປ​ໄດ້, ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ,  ກຳລັງ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ຝ່າຍ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ສັນຍາ, ຂໍ້​ຕົກລົງ​ຮ່ວມ​ມື​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ; ພ້ອມ​ທັງ,​ ຊຸກຍູ້ 2 ຝ່າຍ​ດຳ​ເນີນ​​ກອງ​ປະຊຸມຄັ້ງທີ 3 ຄະນະ​ກຳມາ​ທິການລະຫວ່າງ​ລັດຖະບານ ​ແລະ ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ