ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ50ປີແຫ່ງໄຊຊະນະນູ໋ຍແທ່ງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ50ປີແຫ່ງໄຊຊະນະນູ໋ຍແທ່ງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: Hoài Nam)

(vovworld) – ຕອນ​ຄ່ຳ​ວັນ​ທີ 25/5, ແຂວງ ກວາງ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ໄຊ​ຊະ​ນະ ນູ໋ຍ​ແທ່ງ (26/5/1965 – 26/5/2015). ບັ້​ນ​ຮົບ ນູ໋ຍ​ແທ່ງ ແມ່ນບັ້ນ​ຮົບ​ທຳ​ອິດ​ເຊິ່ງກອງ​ທັບ​ປະ​ຊ​າ​ຊົນ ຫວຽດ​ນາມ ໄດ້​ຕີ ແລະ ເອົາ​ໄຊ​ຊະ​ນະ ອາ​ເມ​ລິ​ກາ ໃນ​ສະ​ໜາມ​ຮົບ​ພາກ​ໃຕ້, ເປີດ​ສາກ​ໃຫ້​ແກ່​ວິ​ວັດ​ທະ​ນາ​ການ​ເຮັດ​ໃຫ້​ຍຸດ​ທ​ະ​ສາດ “ສົງ​ຄາມ​ຮອບ​ດ້ານ” ຂອງ ອາ​ເມ​ລິ​ກາ ຖືກ​ປະ​ລາ​ໄຊ. 50 ປີ​ໄດ​້​ຜ່ານ​ພົ້ນ​ໄປ, ໄຊ​ຊະ​ນະ ນູ໋ຍ​ແທ່ງ ເປັນ​ຂີດ​ໝາຍ​ໃນ​ປະ​ຫວັດ​ສາດໃຫ້​ການ​ຕໍ່​ສູ້​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ​ຂອງ​ຊາດ, ຂອງ​​ບ້ານ​ເກີດ​ເມືອງນອນ ກວາງ​ນາມ ວິ​ລະ​ຊົນ. ມາ​ຮ​ອດ​ປະ​ຈຸ​ບັນ, ເຂດ​ເສດ​ຖະ​ກິດ​ເປີດ ຈູ​ລາຍ, ເມື​ອງ ນູ໋ຍແທ່ງ, ​ໄດ້ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ວ່າ:

        “​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ໄຊ​ຊະ​ນະ ນູ໋ຍ​ແທ່ງ, ພວກ​ເຮົາ​​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອທົບ​ທວນ​ຄືນມ​ູ​ນ​ເຊື້ອ​ທີ່​ສະ​ຫງ່າ​ລາ​ສີ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ, ພ້ອມ​ກັນ​ຕັດ​ສິນ​ໃຈ​ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ​້ງ​ຍາກ, ລຳ​ບາກ, ປະ​ຕິ​ບັດ​ໜ້າ​ທີ່​ໃນ​ໄລ​ຍະ​ໃໝ່​ຢ່າງ​ມີ​ໄຊ. ເພື່ອ​​ສືບ​ທອດມູ​ນ​ເຊື້ອຂອງ​ລຸ່ນ​ພໍ່​ລຸ່ນ​ອ້າຍ​, ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ກວາງ​ນາມ ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ, ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2015 ແລະ 5 ປີ (2010 2015) ຕາມ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ພັກ​ແຂ​ວງ ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ.”

                   


ຂ່າວ/ບົດ​ອື່ນ